ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະມີການສົນທະນາກັບຊາວໜຸ່ມ ກ່ຽວກັບການຫັນເປັນດິຈິຕອນ

(VOVWORLD) - ພາຍໃນງານກໍ່ໄດ້ເຕື້ອງເຖິງບັນດາກົນໄກ, ນະໂຍບາຍ, ແຫຼ່ງກຳລັງຂອງລັດ ໃນການໜູນຊ່ວຍ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຊາວໜຸ່ມ ໃນວຽກງານການປະຕິບັດບັນດາເປົ້າໝາຍ ຂອງໂຄງການຫັນເປັນດິຈິຕອນແຫ່ງຊາດ, ຍ້ອງຍໍສັນລະເສີນການເຂົ້າຮ່ວມ ແລະ ອຸທິດສ່ວນຂອງຊາວໜຸ່ມດີເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະມີການສົນທະນາກັບຊາວໜຸ່ມ ກ່ຽວກັບການຫັນເປັນດິຈິຕອນ - ảnh 1
(ພາບ:Dương Giang/TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຄົບຮອບ 93 ປີ (26/3/1931 – 26/3/2024), ວັນທີ 25 ມີນາ ທີ່ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ຈະພົບປະ ແລະ ສົນທະນາກັບຊາວໜຸ່ມ. ດ້ວຍຫົວຂໍ້ “ເສີມຂະຫຍາຍບົດບາດຂອງຊາວໜຸ່ມປະຈັນບານ ໃນຂະບວນການຫັນເປັນດິຈິຕອນແຫ່ງຊາດ”, ການໂອ້ລົມແບບເຊິ່ງໜ້າຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ກັບ ຊາວໜຸ່ມ ຈະປິ່ນອ້ອມກ່ຽວກັບແຜນນະໂຍບາຍ, ນະໂຍບາຍຂອງລັດ ທີ່ປະກາດໃຊ້ໃນປັດຈຸບັນຕໍ່ກັບພາລະກິດຫັນເປັນດິຈິຕອນແຫ່ງຊາດ. ພາຍໃນງານກໍ່ໄດ້ເຕື້ອງເຖິງບັນດາກົນໄກ, ນະໂຍບາຍ, ແຫຼ່ງກຳລັງຂອງລັດ ໃນການໜູນຊ່ວຍ, ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບຂອງຊາວໜຸ່ມ ໃນວຽກງານການປະຕິບັດບັນດາເປົ້າໝາຍ ຂອງໂຄງການຫັນເປັນດິຈິຕອນແຫ່ງຊາດ, ຍ້ອງຍໍສັນລະເສີນການເຂົ້າຮ່ວມ ແລະ ອຸທິດສ່ວນຂອງຊາວໜຸ່ມດີເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

       ເຂົ້າຮ່ວມໃນການໂອ້ລົມ ມີຜູ້ຕາງໜ້າການນຳບັນດາກະຊວງ, ຄະນະ, ຂະແໜງການ, ອົງການຈັດຕັ້ງຂັ້ນສູນກາງ ແລະ ຜູ້ແທນຊາວໜຸ່ມຕາງໜ້າໃຫ້ບັນດາກຸ່ມພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ, ນັກທຸລະກິດໜຸ່ມ, ກຳມະກອນ, ນັກຮຽນ, ນັກສຶກສາ, ຊາວໜຸ່ມເຂດຊົນນະບົດ, ຊາວໜຸ່ມໃນຕົວເມືອງ; ຊາວໝຸ່ມຊົນເຜົ່າສ່ວນໜ້ອຍ, ຊາວໜຸ່ມຜູ້ເຊື່ອຖືທາງສາສະໜາ ແລະ ຊາວໜຸ່ມເປັນຄົນພິການ.

ຕອບກັບ

ຂ່າວ/ບົດ​ອື່ນ