ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນ​ປີ 2023

(VOVWORLD) - ທີ່ເຫດການ, ຄະນະຈັດຕັ້ງໄດ້ມອບໃບຢັ້ງຢືນໃຫ້ 10 ບຸກຄົນດີເດັ່ນທີ່ໄດ້ຮັບການຍ້ອງຍໍເປັນ “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2023. ພ້ອມນັ້ນ, ຄະນະຈັດຕັ້ງກໍ່ໄດ້ມອບນາມມະຍົດ “ວຽກດີຄົນເດັ່ນ” ໃຫ້ແກ່ກ່ວາ 800 ແບບຢ່າງດີເດັ່ນຂອງນະຄອນຫຼວງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ພິ​ທີເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນ​ປີ 2023 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ
 
 

ຕອນເຊົ້າວັນທີ 9 ຕຸລາ, ຢູ່ຮ່າໂນ້ຍ, ນະຄອນ ຮ່າໂນ້ຍ ໄດ້ຈັດກອງປະຊຸມຍ້ອງຍໍຊົມເຊີຍແບບຢ່າງທີີ່ກ້າວໜ້າ, ວຽກດີຄົນເດັ່ນ; ເຊີດຊູພົນລະເມືອງນະຄອນຫຼວງດີເດັ່ນປີ 2023 ແລະ ປຸກລະດົມການແຂ່ງຂັນມຸ່ງໄປເຖິງການສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10/10/1954 – 10/10/2024).

ທີ່ເຫດການ, ຄະນະຈັດຕັ້ງໄດ້ມອບໃບຢັ້ງຢືນໃຫ້ 10 ບຸກຄົນດີເດັ່ນທີ່ໄດ້ຮັບການຍ້ອງຍໍເປັນ “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2023. ພ້ອມນັ້ນ, ຄະນະຈັດຕັ້ງກໍ່ໄດ້ມອບນາມມະຍົດ “ວຽກດີຄົນເດັ່ນ” ໃຫ້ແກ່ກ່ວາ 800 ແບບຢ່າງດີເດັ່ນຂອງນະຄອນຫຼວງ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

“ບັນດາບຸກຄົນບັນລຸໄດ້ນາມມະຍົດ “ວຽກດີ, ຄົນເດັ່ນ”, “ພົນລະເມືອງນະຄອນຫຼວງດີເດັ່ນ” ປີ 2023 ທີ່ໄດ້ຮັບການຍ້ອງຍໍຊົມເຊີຍທີ່ກອງປະຊຸມນີ້ີ້ແມ່ນບັນດາດອກໄມ້ທີ່ສວຍງາມ, ໄດ້ຮັບຄວາມຮັກແພງ, ເຄົາລົບນັບຖືຈາກທຸກຄົນ. ຂ້າພະເຈົົ້າເຊື່ອໝັ້ນວ່າ, ພາຍຫຼັງກອງປະຊຸມຄັ້ງນີ້, ບັນດາບຸກຄົນທີ່ຍາດໄດ້ນາມມະຍົດນີ້ ຈະນັບມື້ນັບພັດທະນາ, ມີກຳລັງແຜ່ຂະຫຍາຍຢ່າງເລິກເຊິ່ງ, ກ້ວາງຂວາງ, ປະກອບສ່ວນລະດົມກຳລັງໃຈ, ປຸກລະດົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຮ່າໂນ້ຍ ບືນຕົວຂຶ້ນຢ່າງແຮງເພື່ອສ້າງຫຼາຍຜົນງານດີເດັ່ນ, ສ້າງເປັນສວນດອກໄມ້ “ວຽກດີ, ຄົນເດັ່ນ” ຂອງນະຄອນຫຼວງ ໃຫ້ນັບມື້ນັບພັດທະນາຍິ່ງໆຂຶ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ