ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບ ທ່ານນາງ Takaichi Sanae ລັດຖະມົນຕີກະຊວງພາຍໃນ, ຖະແຫຼງຂ່າວ ແລະ ສື່ສານ ຍີ່ປຸ່ນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ແຫຼ່ງຊ່ວຍເຫຼືອ ODA ເຊິ່ງຍີ່ປຸ່ນ ໄດ້ສະໜອງໃຫ້ ຫວຽດນາມ ໃນເກືອບ 30 ປີ ຜ່ານມາ, ປະກອບສ່ວນສຳຄັນ ເຂົ້າໃນພາລະກິດພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງພື້ນຖານໂຄງລ່າງໃຫ້ສົມບູນແບບຂອງ ຫວຽດນາມ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບ ທ່ານນາງ Takaichi Sanae ລັດຖະມົນຕີກະຊວງພາຍໃນ, ຖະແຫຼງຂ່າວ ແລະ ສື່ສານ ຍີ່ປຸ່ນ - ảnh 1ທ່ານນາງ Takaichi Sanae ລັດຖະມົນຕີກະຊວງພາຍໃນ, ຖະແຫຼງຂ່າວ ແລະ ສື່ສານ ຍີ່ປຸ່ນ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ

ໃນການຕ້ອນຮັບທ່ານນາງ Takaichi Sanae ລັດຖະມົນຕີກະຊວງພາຍໃນ, ຖະແຫຼງຂ່າວ ແລະ ສື່ສານ ຍີ່ປຸ່ນທີດຳເນີນໃນຕອນບ່າຍວັນທີ 9 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ແຫຼ່ງຊ່ວຍເຫຼືອ ODA ເຊິ່ງຍີ່ປຸ່ນ ໄດ້ສະໜອງໃຫ້ ຫວຽດນາມ ໃນເກືອບ 30 ປີ ຜ່ານມາ, ປະກອບສ່ວນສຳຄັນ ເຂົ້າໃນພາລະກິດພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງພື້ນຖານໂຄງລ່າງໃຫ້ສົມບູນແບບຂອງ ຫວຽດນາມ. ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບໂຄງການ ODA ລະຫວ່າງສອງປະເທດຢ່າງເຂັ້ມງວດ ແລະ ມີປະສິດທິຜົນ.

ແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊີ່ງກ້ວາງຂວາງ ລະຫວ່າງສອງປະເທດໃຫ້ມີການພັດທະນາຫຼາຍກ່ວານີ້ອີກໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ທ່ານນາງລັດຖະມົນຕີສືບຕໍ່ເອົາໃຈໃສ່ຊຸກຍູ້ ຍີ່ປຸ່ນ ຊ່ວຍເຫຼືອລັດຖະບານ ຫວຽດນາມ ປະຕິຮູບ, ຍົກສູງປະສິດທິຜົນກົງຈັກບໍລິຫານ, ກໍ່ສ້າງລັດຖະບານເອເລັກໂຕນິກມຸ່ງໄປສູ່ລັດຖະບານດີຈີຕອນ, ພື້ນຖານເສດຖະກິດ ແລະ ສັງຄົມດີຈີຕອນ; ຜັນຂະຫຍາຍປະສິດທິຜົນຂອງຂໍ້ຕົກລົງສະບັບຕ່າງໆ ແລະ ໂຄງການທີບັນລຸໄດ້ໃນຂົງເຂດຄຸ້ມຄອງລັດກ່ຽວກັບການຖະແຫຼງຂ່າວ ແລະ ສື່ສານ…

ສ່ວນ, ທ່ານນາງ ລັດຖະມົນຕີ  Takaichi Sanae ໃຫ້ຮູ້ວ່າ ຍີ່ປຸ່ນ ພ້ອມແລ້ວທີ່ຈະຮ່ວມມື ແລະ ແບ່ງປັນບັນດາບົດຮຽນບັນຫາຕ່າງໆເຊິ່ງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ຍົກອອກມານັ້ນ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງ ລັດຖະມົນຕີ  Takaichi Sanaeໄດ້ເປັນສັກຂີພິຍານພິທີເຊັນຈົດໝາຍທາງການແລກປ່ຽນລະຫວ່າງສອງລັດຖະບານ ຫວຽດນາມ ແລະ ຍີ່ປຸ່ນ ກ່ຽວກັບໂຄງການ ODA “ສະໜອງອຸປະກອນຮາດແວຂອງລະບົບຂໍ້ມູນຂ່າວສານບົດລາຍງານລັດຖະບານ” ໂດຍທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ແລະ ທ່ານ ມາຍຕ໊ຽນຢູງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ທີຕາງໜ້າໃຫ້ລັດຖະບານສອງປະເທດເປັນຜູ້ລົງນາມ.

ຕອບກັບ

ຂ່າວ/ບົດ​ອື່ນ