ທ່ານນາຍົກລັດຖະມົນຕີ ອາກເມນີ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

(VOVWORLD) -  ທ່ານນາຍົກລັດຖະມົນຕີສາທາລະນະລັດ ອາກເມນີ Nikol Pashinyan ພ້ອມດ້ວຍພັນລະຍາໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 4-7 ກໍລະກົດ 2019, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ.
ທ່ານນາຍົກລັດຖະມົນຕີ ອາກເມນີ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan (ພາບ: baoquocte.vn)

        ການມາຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan ໃນຄັ້ງນີ້ ແມ່ນເພື່ອແນໃສ່ສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງຫວຽດນາມ-ອາກເມນີ, ແລກປ່ຽນການຮ່ວມມືໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງບົ່ມຊ້ອນຄື: ດ້ານການຄ້າ, ການລົງທຶນ, ການສຶກສາ, ການບຳລຸງສ້າງ, ວັດທະນະທຳ, ການທ່ອງທ່ຽວ; ແລກປ່ຽນບາງບັນຫາສາກົນ, ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ