ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ເຢຍ​ລະ​ມັນ Olaf Scholz ເລີ່ມ​ຕົ້ນ​ການເດີນ​ທາງ​ຢ້ຽມ​ຢາມ ອາ​ເມ​ລິ​ກາ

(VOVWORLD) -ທ່ານນາຍົກລັດຖະມົນຕີ Olf Scholz ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ປຶກສາຫາລື ຫຼາຍບັນຫາຕ່າງໆຄືບັນດາບຸລິມະສິດຂອງປະເທດ ເຢຍລະມັນໃນບົດບາດເປັນປະທານກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7)...
ທ່ານ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ ເຢຍ​ລະ​ມັນ Olaf Scholz ເລີ່ມ​ຕົ້ນ​ການເດີນ​ທາງ​ຢ້ຽມ​ຢາມ ອາ​ເມ​ລິ​ກາ - ảnh 1ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz (ພາບ: TTXVN)

ວັນທີ 6 ກຸ່ມພາ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ເລີ່ມຕົ້ນການເດີນທາງຢ້ຽມຢາມ ອາເມລິກາ ຄັ້ງທຳອິດນັບແຕ່ເວລາທ່ານເຂົ້າດຳລົງຕຳແໜ່ງ. ຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ມີການເຈລະຈາສຳຄັນກັບທ່ານປະທານາທິບໍດີ ອາເມລິກາ Joe Biden ໃນວັນທີ 7 ກຸມພາ. ເນື້ອໃນຈຸດສຸມໃນການປືກສາຫາລືລະຫວ່າງການນຳເຢຍລະມັນ ແລະ ອາເມລິກາ ແມ່ນບັນດາບັນຫາປັດຈຸບັນກ່ຽວກັບຄວາມໝັ້ນຄົງ ຢູ່ ເອີລົບ.

ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ Olaf Scholz ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ກໍ່ປຶກສາຫາລື ຫຼາຍບັນຫາຕ່າງໆຄືບັນດາບຸລິມະສິດຂອງປະເທດ ເຢຍລະມັນໃນບົດບາດເປັນປະທານກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7), ການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ບັນຫາການຄ້າທົ່ວໂລກ ຫຼືການພົວພັນສອງຝ່າຍ ລະຫວ່າງ ເຢຍລະມັນ - ອາເມລິກາ.

ຖັດຈາກການຢ້ຽມຢາມອາເມລິກາ, ທ່ານ ນາຍົກລັດຖະມົນຕີ ເຢຍລະມັນຈະ ເດີນທາງໄປຢ້ຽມຢາມ ຢູແກຼນ ແລະ ລັດເຊຍ ໃນຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງ ຢູ່ພາກພື້ນ ເອີລົບຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ