ທ່ານນາຍົກລັດຖະມົນຕີ ເຢຍລະມັນ ກ່າວເຕື່ອນບໍ່ປະລະການເຈລະຈາກັບ ລັດເຊຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ Olaf Scholz ຊີ້ແຈ້ງວ່າ “ສິ່ງສຳຄັນທີ່ສຸດແມ່ນ ພວກເຮົາບໍ່ປະໃຫ້ການພົບປະເຈລະຈາກັບ ລັດເຊຍ ຖືກຕັດຕອນ, ໂດຍບໍ່ຫົວຊາຕໍ່ບັນດາຄວາມແຕກຕົນດ້ານຫຼັກໝັ້ນທີ່ໃຫຍ່ຫຼວງ.

ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ກ່າວເຕື່ອນວິວັດທະນາການພົບປະເຈລະຈາ ເພື່ອຢຸດຕິການປະທະກັນຢູ່ ຢູແກຼນ ຈະປະສົບກັບຄວາມຫຍຸ້ງຍາກຫຼາຍກວ່າ ຖ້າຫາກວ່າ ຝ່າຍຕາເວັນຕົກ ບໍ່ຮັກສາການພົບປະເຈລະຈາກັບ ລັດເຊຍ. ເມື່ອຕອບສຳພາດໜັງສືພິມ SZ ຂອງ ເຢຍລະມັນ ໃນວັນທີ 16 ທັນວາ, ທ່ານນາຍົກລັດຖະມົນຕີ Olaf Scholz ຊີ້ແຈ້ງວ່າ “ສິ່ງສຳຄັນທີ່ສຸດແມ່ນ ພວກເຮົາບໍ່ປະໃຫ້ການພົບປະເຈລະຈາກັບ ລັດເຊຍ ຖືກຕັດຕອນ, ໂດຍບໍ່ຫົວຊາຕໍ່ບັນດາຄວາມແຕກຕົນດ້ານຫຼັກໝັ້ນທີ່ໃຫຍ່ຫຼວງ. ຖ້າຫາກວ່າ ພວກເຮົາບໍ່ດຳເນີນການພົບປະເຈລະຈາ, ຄວາມສາມາດຢຸດຕິການສູ້ຮົບຂອງ ມົດສະກູ ຈະໜ້ອຍກວ່າ”.

ວັນທີ 02 ທັນວາ, ທ່ານນາຍົກລັດຖະມົນຕີ Olaf Scholz ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin, ປຶກສາຫາລືມາດຕະການຢຸດຕິການປະທະກັນຢູ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ