ທ່ານນາຍົກລັດຖະມົນຕີພົບປະກັບຜູ້ອຳນວຍການຝ່າຍບໍລິຫານແລະບາງສະມາຊິກ WEF

ທ່ານນາຍົກລັດຖະມົນຕີພົບປະກັບຜູ້ອຳນວຍການຝ່າຍບໍລິຫານແລະບາງສະມາຊິກ WEF - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ​
ພົບ​ປະ​ກັບ​ຜູ​້​ອຳ​ນວຍ​ການຝ່າຍ​ບໍ​ລິ​ຫານ Philipp Roesler
(ພາບ: TTXVN)


(vovworld) - ​ວັນ​ທີ 18/01, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊ​ຸມປະ​ຈ​ຳ​ປີ ຄັ້ງ​ທີ 47 ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ (WEF) ໄດ້​ມີ​ການ​ພົບ​ປະ​ກັບ​ຜູ​້​ອຳ​ນວຍ​ການຝ່າຍ​ບໍ​ລິ​ຫານ Philipp Roesler ແລະ ບາງ​ກຸ່ມ​ບໍ​ລິ​ສັດ​ສະ​ມາ​ຊິກ​ໃນ​ຂົງ​ເຂດ​ການ​ເງິນຂອງ WEF. ຕໍ່​ໜ້າ​ບັນ​ດາ​ນັກ​ລົງ​ທຶນ, ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ, ລັດ​ຖະ​ບານ​ຫວຽດ​ນາມ ພວມ​ສຸມ​ໃສ່​ທຸກ​ແຫຼ່ງ​ກຳ​ລັງ, ຄວາມ​ສາ​ມາດ​ເພື່ອ​ແກ້​ໄຂ​ບັນ​ຫາ​ລະ​ບອບລະ​ບຽບ​ການ​ຕາມ​ທຳ​ນຽມ​ສາ​ກົນ ແລະ ຕາມ​ເສດ​ຖະ​ກິດ​ການ​ຕ​ະ​ຫຼາດ​ໃນ​ທຸກ​ຂົງ​ເຂດ.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ 12 ເສົ້າ​ຄ​ຳ​້​ກ່ຽວ​ກັບ​ກຳ​ລັງ​ແກ່ງ​ແຍ້ງ​ທົ່ວ​ໂລກ ເຊິ່ງ WEF ນຳ​ໃຊ້​ເພື່ອ​ຕີ​ລາ​ຄາ​ກຳ​ລັງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຂອງ​ບັນ​ດາ​ປະ​ເທດ, ໃນ​ນັ້ນ​ມີ​ຫວຽດ​ນາມ.

        “ໃນ 12 ເສົ້າ​ຄ​ຳ​້​ກ່ຽວ​ກັບ​ກຳ​ລັງ​ແກ່ງ​ແຍ້ງດັ່ງ​ກ່າວ, ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ, ລະ​ບອບ​ລະ​ບຽບ​ການ​ແມ່ນ​ມີ​ຄວາມ​ສຳ​ຄັນ. ສະ​ນັ້ນ, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ສຸມ​ທຸກ​ແຫຼ່ງ​ກຳ​ລັງ, ຄວາມ​ສາ​ມາດ​ເພື່ອ​ແກ​້​ໄຂ​ບັນ​ຫາ​ລະ​ບອບ​ລະ​ບຽບ​ການ​ຕາມ​ທຳ​ນຽມ​ສາ​ກົນ ແລະ ຕາມ​ເສ​ດ​ຖະ​ກິດ​ການ​ຕະ​ຫຼາດ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ເງິນ​ທະ​ນາ​ຄານ, ​ຊັບ​ສິນ​ທາງ​ປັນ​ຍາ, ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອ​ມ, ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ… ພື້ນ​ຖານ​ລະ​ບອບ​ລະ​ບຽບ​ການນັ້ນ​ແມ່ນ​ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ຮອບ​ດ້ານ, ກ​ວ​ມ​ລວ​ມ, ມອບ​ໂອ​ກາດ​ໃຊ້​ປະ​ຊາ​ຊົນ​ທຸກ​ຄົນ​ສາ​ມາດ​ປະ​ກອບ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ ແລະ ໄດ້​​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ທີ່​ເໝາະ​ສົມ​ກັບ​ຜົນ​ງານນັ້ນ”.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ສືບ​ຕໍ່​ປັບ​ປຸງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ ແລະ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ; ສູ້​ຊົນ​ຮອ​ດ​ປີ 2017 ບັນ​ລຸ​ໄດ້​ບັນ​ດ​າ​ຄາດ​ໝາຍ​ຕົ້ນ​ຕໍ່​ກ່ຽວ​ກັບ​ສະ​ພາບ​ແວດ​ລ້​ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​​ດ້ວຍ​ລະ​ດັບ​ປານ​ກາງ​ຂອງ 4 ປະ​ເທດ​ແຖວ​ໜ້າອາ​ຊຽນ (ASEAN -4). ທີ່​ການ​ພົບ​ປະ, ທ່ານ Philipp Roesler ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ​ຫວຽດ​ນາມ ແລະ ເວ​ທີ​ປາ​ໄສ​​ເສດ​ຖະ​ກິດໂລ​ກໄດ້​ລົງ​ນາມ​​ໃນຂໍ້​ຕົກ​ລົງ​ຮ່ວມ​ມື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ສ້​າງ​ຄວາມ​ເຂັ້ມ​ແຂງດ້ວຍ​ຕົນ​ເອງຕໍ່ອະ​ນາ​ຄົດ ແລະ ທ່າ​ນ​ເອງ​ກໍ່ໃຫ້​ຮູ້​ວ່າ​ຈະ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ