ທ່ານນາຍົກລັດຖະມົນຕີຟ້າມມີງຈີງ: ຮ່ວມແຮງຮ່ວມໃຈສ້າງສາອາຊີແຫ່ງສັນຕິພາບ, ຮ່ວມມື, ພັດທະນາກວ່າອີກພາຍຫລັງໂລກລະບາດໂຄວິດ - 19

(VOVWORLD) - ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດເພີ່ມພູນຄູນສ້າງເພື່ອສັນຕິພາບ ແລະ ຄວາມສາມັກຄີ ເພື່ອຜົນປະໂຫຍດລວມ ການພັດທະນາຂອງແຕ່ລະປະເທດ ແລະພາກພື້ນ ເພື່ອຄວາມອີ່ມຫນຳສຳລານສົມບູນພູນສຸກຂອງປະຊາຊົນທຸກຄົນໃນໂລກ.

ທ່ານນາຍົກລັດຖະມົນຕີຟ້າມມີງຈີງ: ຮ່ວມແຮງຮ່ວມໃຈສ້າງສາອາຊີແຫ່ງສັນຕິພາບ, ຮ່ວມມື, ພັດທະນາກວ່າອີກພາຍຫລັງໂລກລະບາດໂຄວິດ - 19  - ảnh 1ກອງປະຊຸມສາກົນກ່ຽວກັບ ອະນາຄົດຂອງ ອາຊີ ຄັ້ງທີ 26 (ພາບ:VGP)

ຕອນເຊົ້າວັນທີ 20 ພຶດສະພາ ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ ກອງປະຊຸມສາກົນກ່ຽວກັບ ອະນາຄົດຂອງ ອາຊີ ຄັ້ງທີ 26 ຈັດຂຶ້ນຕາມຮູບການອອນລາຍ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈີງ ຕີລາຄາວ່າ: ໂລກລະບາດໂຄວິດ - 19 ໄດ້ ແລະ ພວມກໍ່ຜົນກະທົບຢ່າງຫນັກຫນ່ວງເຖິງໂລກ ແລະ ພາກພື້ນ ກໍ່ຄືຊີວິດດ້ານເສດຖະກິດສັງຄົມຂອງທຸກປະເທດ ແລະ ຍາກທີ່ຄາດຄະເນລ່ວງຫນ້າໄດ້. ຍິ່ງກວ່າເວລາໃດໝົດ, ຮຽກຮ້ອງໃຫ້ທຸກປະເທດຈົ່ງສາມັກຄີກັນ ເປັນເອກະພາບ ຫນູນຊ່ວຍເຊິ່ງກັນ ແລະກັນເພື່ອຜ່ານຜ່າໂລກລະບາດ. ທ່ານ ຟ້າມມີງຈີງ ສະເຫນີ 5 ທິດນຳ ແລະ 6 ເນື້ອໃນຮ່ວມມື ໃນນັ້ນ ມີ: ພັດທະນາກຳລັງແຮງພາຍໃນຢ່າງແຮງ, ຄວາມສາມາດຮັບມື, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປັບປຸງການຮ່ວມມືສາກົນ, ຖືມະນຸດເປັນໃຈກາງ, ເອົາຄຸນຄ່າວັດທະນະທຳຫລັກແຫລ່ງຈົບງາມເປັນພື້ນຖານ, ຖືຄວາມຫຍຸ້ງຍາກສິ່ງທ້າທາຍແມ່ນກຳລັງຫນູນບືນຕົວຂຶ້ນ. ທ່ານນາຍົກລັດຖະມົນຕີ ຢືນຢັນ:  ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບບັນດາປະເທດເພີ່ມພູນຄູນສ້າງເພື່ອສັນຕິພາບ ແລະ ຄວາມສາມັກຄີ ເພື່ອຜົນປະໂຫຍດລວມ ການພັດທະນາຂອງແຕ່ລະປະເທດ ແລະພາກພື້ນ ເພື່ອຄວາມອີ່ມຫນຳສຳລານສົມບູນພູນສຸກຂອງປະຊາຊົນທຸກຄົນໃນໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈີງ ກ່າວວ່າ:

ທັດສະນະຂອງພວກຂ້າພະເຈົ້າກ່ຽວກັບການພັດທະນາ ນັ້ນແມ່ນ ຕ້ອງພັດທະນາຢ່າງວ່ອງໄວບົນພື້ນຖານວິທະຍາສາດເຕັກໂນໂລຊີປ່ຽນໃຫມ່ປະດິດຄິດສ້າງ, ຫັນເປັນດີຈີຕອນ ຮັບປະກັນຄວາມກົມກຽວລະຫວ່າງເສດຖະກິດ ກັບວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງລະບອບລະບຽບການພັດທະນາຢ່າງຄົບຖ້ວນ ທັນສະໄຫມສົມບູນແບບ ແມ່ນເງື່ອນໄຂສ້າງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດທຸກພາກສ່ວນເສດຖະກິດ. ຊຸກຍູ້ຄວາມຄາດຫວັງການພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ສັນຕິສຸກ”

ຕອບກັບ

ຂ່າວ/ບົດ​ອື່ນ