ທ່ານນາຍົກລັດຖະມົນຕີລັ່ນຄ້ອງໄຂງານບຸນຈ່າງອານປີ2018

(VOVWORLD) -ວັນທີ 29 ເມສາ, ຢູ່ກຸ່ມທັດສະນີຍະພາບ ຈ່າງອານ ແຂວງ ນີງບີງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ລັ່ນຄ້ອງໄຂງານບຸນຈ່າງອານປີ 2018. 

ທ່ານນາຍົກລັດຖະມົນຕີລັ່ນຄ້ອງໄຂງານບຸນຈ່າງອານປີ2018 - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລັ່ນຄ້ອງໄຂງານບຸນຈ່າງອານປີ2018

ພາບ:vietnam+

ງານບຸນ ຈ່າງອານ ປີ 2018 ດ້ວຍຫົວຂໍ້ວ່າ “ຈ່າງອານເຊື່ອມຕໍ່ມໍລະດົກ” ໄດ້ຈັດຂຶ້ນດ້ວຍຂອບຂະຫນາດໃຫຍ່ກວ່າເມື່ອທຽບໃສ່ຊຸມປີກ່ອນນີ້, ແລະ ກົງກັບໂອກາດແຂວງ ນີງບີງຈັດຕັ້ງບັນດາການເຄື່ອນໄຫວສະເຫລີມສະຫລອງ 1050 ປີແຫ່ງວັນລັດດ້າຍໂກ່ຫວຽດ.

ງານບຸນ ຈ່າງອານ ແມ່ນໂອກາດເພື່ອສຶກສາມູນເຊື້ອຮັກຊາດ, ຈິດໃຈສາມັກຄີ, ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບສຸກ, ດິນຟ້າອາກາດເອື້ອຍອຳນວຍຄວາມສະດວກ, ລະດູການເກັບກ່ຽວໄດ້ຮັບຜົນດີ, ປະຊາຊົນມີຄວາມອີ່ມໜຳສຳລານສົມບູນພູນສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ