ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກກົດປຸ່ມເລີ່ມລົງມືກໍ່ສ້າງເສັ້ນທາງຄວາມໄວສູງ ມີທ້ວນ-ເກີນເທີ ແລະ ເປີດນຳໃຊ້ເສັ້ນທາງ ຈູງເລືອງ-ມີທ້ວນ

(VOVWORLD) -2 ໂຄງການດັ່ງກ່າວແມ່ນມີຄວາມສຳຄັນຂອງເສັ້ນທາງຄວາມໄວສູງຈາກເຊື່ອມຕໍ່ຈາກນະຄອນ ໂຮ່ຈີມິນ ຮອດ ກາເມົາ.

ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກກົດປຸ່ມເລີ່ມລົງມືກໍ່ສ້າງເສັ້ນທາງຄວາມໄວສູງ ມີທ້ວນ-ເກີນເທີ ແລະ ເປີດນຳໃຊ້ເສັ້ນທາງ ຈູງເລືອງ-ມີທ້ວນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ

(ພາບ: VGP)

ຕອນເຊົ້າວັນທີ 04 ມັງກອນ, ຢູ່ແຂວງ ວິ້ງລອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ກົດປຸ່ມເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງຄວາມໄວສູງ ມີທ້ວນ-ເກີນເທີ, ປະຕິບັດພິທີເປີດນຳໃຊ້ໂຄງການເສັ້ນທາງຄວາມໄວສູງ ຈູງເລືອງ - ມີທ້ວນ.

        2 ໂຄງການດັ່ງກ່າວແມ່ນມີຄວາມສຳຄັນຂອງເສັ້ນທາງຄວາມໄວສູງຈາກເຊື່ອມຕໍ່ນະຄອນ ໂຮ່ຈີມິນ ຮອດ ກາເມົາ. ພາຍຫຼັງໂຄງການໄດ້ຮັບການກໍ່ສ້າງສຳເລັດ ຈະເຊື່ອມຕໍ່ ແລະ ເສີມຂະຫຍາຍບັນດາປະສິດທິຜົນບັນດາເສັ້ນທາງຄວາມໄວສູງທີ່ໄດ້ຮັບການລົງທຶນຄື: ຈູງເລືອງ - ມິທ້ວນ, ນະຄອນໂຮ່ຈີມິນ - ຈູງເລືອງ, ເຊື່ອມຕໍ່ກັບບັນດາເຂດເສດຖະກິດ, ເຂດອຸດສາຫະກຳ, ໂຮງງານປຸງແຕ່ງຜະລິດຕະພັນກະເສດ… ຢູ່ພາກພື້ນ.

        ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ເນັ້ນໜັກວ່າ.

        “ຕ້ອງສ້າງເສັ້ນທາງຄວາມໄວສູງ ນະຄອນໂຮ່ຈີມິນ - ຈູງເລືອງ - ມີທ້ວນ - ເກີນເທີ ແລະ ກໍ່ສ້າງສຳເລັດຕອນ ມີທ້ວນ - ເກີນເທີ ໃຫ້ສຳເລັດໃນປີ 2020 ຄືດັ່ງຄຳໝັ້ນສັນຍາຂອງເຈົ້າຂອງລົງທຶນຄືໄດ້ໃຫ້ຄຳໝັ້ນສັນຍາໃນມື້ນີ້. ນີ້ແມ່ນຄວາມມານະພະຍາຍາມທີ່ໃຫຍ່ຫຼວງ ເພື່ອປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດມະຕິຂອງລັດຖະບານ ກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຢ່າງຄົບຊຸດ ແລະ ຮອບດ້ານ, ໃນນັ້ນມີບັນດາກິດຈະກຳສຳຄັນ, ນັບທັງຊົນລະປະທານ, ຄົມມານະຄົມທີ່ໄດ້ຮັບການຜັນຂະຫຍາຍໃນໄລຍະຜ່ານມາ”.

ຕອບກັບ

ຂ່າວ/ບົດ​ອື່ນ