ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຊີ້ນຳບັນດາມາດຕະການຍູ້ໄວການປ່ອຍ ທຶນODAແລະທຶນກູ້ຢືມບຸລິມະສິດ

(VOVWORLD) -ຕອນບ່າຍວັນທີ 1 ສິງຫາ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມກັບບາງກະຊວງ, ຂະແຫນງການ, ທ້ອງຖິ່ນກ່ຽວກັບບາງບັນຫາຊຸກຍູ້ການປ່ອຍທຶນ ODA ແລະ ທຶນກູ້ຢືມບຸລິມະສິດ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຊີ້ນຳບັນດາມາດຕະການຍູ້ໄວການປ່ອຍ ທຶນODAແລະທຶນກູ້ຢືມບຸລິມະສິດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຊີ້ນຳກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຢືນຢັນ ຄວນສືບຕໍ່ກວດກາ, ຕິດຕາມ ແລະ ແກ້ໄຂບັນດາຂໍ້ຕິດຂັດໃນລະບຽບການ ເພື່ອແນໃສ່ຮັບປະກັນການນຳໃຊ້ແຫລ່ງທຶນນີ້ຢ່າງມີປະສິດທິຜົນ, ຮັບໃຊ້ວິວັດການພັດທະນາເສດຖະກິດສັງຄົມຂອງປະເທດຊາດຢ່າງແທດຈິງ. ທ່ານນາຍົກລັດຖະມົນຕີ ຍົກອອກບັນດາຂໍ້ສະເຫນີລວມ ນັ້ນແມ່ນຮັບປະກັນການປ່ອຍທຶນ ODA ແລະ ທຶນກູ້ຢືມບຸລິມະສິດທີ່ໄດ້ລົງນາມໃຫ້ໝົດ ຕາມຄວາມຄືບຫນ້າ, ນັບທັງໄລຍະ 2017-2020 ພິເສດ ແມ່ນປີ 2017. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ໃນໄລຍະຈະມາເຖິງ ແຫລ່ງທຶນ ODA, ທຶນກູ້ຢືມບຸລິມະສິດ ຍັງຄົງແມ່ນແຫລ່ງກຳລັງສຳຄັນທີ່ສຸດໃຫ້ແກ່ການພັດທະນາເສດຖະກິດສັງຄົມ. ທ່ານນາຍົກລັດຖະມົນຕີ ມອບໝາຍໃຫ້ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ຫ້ອງວ່າການລັດຖະບານສົມທົບກັນກວດກາ, ອັບເດັດການກຳນົດທິດດຶງດູດທຶນ ODAໃນປີ 2018, ຄົ້ນຄ້ວາຂໍ້ສະເຫນີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃນບັນຫາທຶນສົມທົບ, ແຜນການດ້ານທຶນຕ່າງປະເທດ ODA.

ຕອບກັບ

ຂ່າວ/ບົດ​ອື່ນ