ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານHuhMyungSooປະທານກຸ່ມບໍລິສັດGS(ສ.ເກົາຫຼີ)

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານHuhMyungSooປະທານກຸ່ມບໍລິສັດGS(ສ.ເກົາຫຼີ) - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ
ທ່ານ HuhMyungSoo ປະທານກຸ່ມບໍລິສັດGS

(vovworld) - ​ ທີ່​ການ​ຕ້ອນຮັບ ທ່ານ Huh Myung Soo ປະທານ​ກຸ່ມ​ບໍລິສັດ GS (ສ.ເກົາຫຼີ) ໃນ​ຕອນ​ບ່າຍ​ວັນ​ທີ 28/09 ຢູ່​ສຳນັກ​ງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ລັດຖະບານ ຫວຽດນາມ ກໍ່​ຄື​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ລ້ວນ​ແຕ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ຢູ່ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​ກຸ່ມ​ບໍລິສັດ GS  ​ແລະ ​ຝ່າຍ​ຕ່າງໆປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ ​ໃນ​ການ​ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື​ການ​ລົງທຶນຢ່າງຖືກ​ຕ້ອງ ​ບົນ​ຈິດ​ໃຈ​ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ໂຫຍ​ດ; ພ້ອມທັງ ປາດ​ຖະໜາ​ວ່າ: ກຸ່ມ​ບໍລິສັດ GS ຈະສືບ​ຕໍ່​ເປີດ​ກ້ວາງ​ການ​ເຄື່ອນ​ໄຫວ​ລົງທຶນ​ຢູ່ ຫວຽດນາມ.

        ສ່ວນ​ທ່ານ Huh Myung Soo ​ໃຫ້​ຮູ້​ວ່າ: GS ​ໄດ້​ເຂົ້າ​ຮ່ວມ​ຫລາຍ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຂອງ ຫວຽດນາມ ​ແລະ ຢືນຢັນ​ວ່າ ກຸ່ມ​ບໍລິສັດ GS ຍາມ​ໃດ​ກໍ່​ຮັກສາອິດ​ທິພົນ​ຊື່​ສຽງ, ມານະ​ພະຍາຍາມ​ປະກອບສ່ວນ​ເຂົ້າ​ການ​ພັດທະນາ​ເສດຖະກິດ - ສັງ​ຄົມ​ຂອງ ຫວຽດນາມ, ສືບ​ຕໍ່​ມານະ​ພະຍາຍາມ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​​ລົງທຶນ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ