ຮູບເງົາ 63 ເລື່ອງເຂົ້າຮ່ວມງານມະໂຫລານຮູບເງົາອາຊີ ດ່ານັ້ງ ຄັ້ງທີ 2 ປີ 2024

(VOVWORLD) - ງານມະໂຫລານຮູບເງົາອາຊີ ດ່ານັ້ງ ຄັ້ງນີ້ໄດ້ເຕົ້າໂຮມບັນດາດາລານັກສະແດງ, ຜູ້ກຳກັບການສະແດງ, ນັກຊ່ຽວຊານດ້ານຮູບເງົາທີ່ມີຊື່ສຽງສາກົນ, ອາຊີ ແລະ ຫວຽດນາມ… ເຂົ້າຮ່ວມ.
ຮູບເງົາ 63 ເລື່ອງເຂົ້າຮ່ວມງານມະໂຫລານຮູບເງົາອາຊີ ດ່ານັ້ງ ຄັ້ງທີ 2 ປີ 2024 - ảnh 1(ທ່ານນາງປະລິນຍາເອກ ໂງເຟືອງລານ)

        ງານມະໂຫລານຮູບເງົາອາຊີ ດ່ານັ້ງ ຄັ້ງທີ 2 ປີ 2024 (DANAFF II) ໄຂຂຶ້ນໃນຕອນຄ່ຳວັນທີ 02 ກໍລະກົດ, ຢູ່ນະຄອນ ດ່ານັ້ງ. ມີຮູບເງົາ 63 ເລື່ອງຂອງບັນດາປະເທດເຂົ້າຮ່ວມງານມະໂຫລານຄັ້ງນີ້, ພ້ອມກັບຫຼາຍເຫດການຮູບເງົາທີ່ດຶງດູດໃຈ ດ້ວຍການເຂົ້າຮ່ວມຂອງບັນດາດາລານັກສະແດງ, ຜູ້ກຳກັບການສະແດງທີ່ມີຊື່ສຽງ.

        ງານມະໂຫລານຮູບເງົາອາຊີ ດ່ານັ້ງ ຄັ້ງນີ້ໄດ້ເຕົ້າໂຮມບັນດາດາລານັກສະແດງ, ຜູ້ກຳກັບການສະແດງ, ນັກຊ່ຽວຊານດ້ານຮູບເງົາທີ່ມີຊື່ສຽງສາກົນ, ອາຊີ ແລະ ຫວຽດນາມ… ເຂົ້າຮ່ວມ. ຄະນະກວດກາຈະຄັດເລືອກ ແລະ ເຊີດຊູບັນດາຜົນງານຮູບເງົາດີເດັ່ນ. ທ່ານນາງປະລິນຍາເອກ ໂງເຟືອງລານ, ປະທານສະຫະສະມາຄົມສົ່ງເສີມການພັດທະນາຮູບເງົາ ຫວຽດນາມ, ຫົວໜ້າຮັບຜິດຊອບງານມະໂຫລານຮູບເງົາອາຊີ ດ່ານັ້ງ ຄັ້ງທີ 2 ປີ 2024, ໃຫ້ຮູ້ວ່າ:

        “ເມື່ອຈັດງານມະໂຫລານອາຊີ ດ່ານັ້ງ, ພວກຂ້າພະເຈົ້າໄດ້ມານະພະຍາຍາມປະຕິບັດຕາມມາດຕະຖານສາກົນ, ແຕ່ກໍ່ຕ້ອງມີສີສັນຂອງ ຫວຽດນາມ. ຜ່ານງານມະໂຫລານແຕ່ລະຄັ້ງ, ພວກຂ້າພະເຈົ້າຫວັງວ່່າ ສານທີ່ວ່າ “DANAFF - ຂົວຕໍ່ອາຊີ” ຈະສືບຕໍ່ແຜ່ຂະຫຍາຍ ແລະ ນັບມື້ນັບເລິກເຊິ່ງ, ຕິດພັນກັບເຄື່ອງໝາຍງານມະໂຫລານຮູບເງົາ ອາຊີ ດ່ານັ້ງ ຫຼາຍກວ່າອີກ”.

ຕອບກັບ

ຂ່າວ/ບົດ​ອື່ນ