ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງພາຍໃນMozambique

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງພາຍໃນMozambique - ảnh 1
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
ຕ້ອນຮັບທ່ານ Basilio Monteiro
(ພາບ: VGP)

(vovworld) - ທີ່​ການ​ຕ້ອນຮັບ​ທ່ານ Basilio Monteiro ລັດຖະມົນຕີ​ກະຊວງ​ພາຍ​ໃນ Mozambique ​ໃນ​ຕອນ​ບ່າຍ​ວັນ​ທີ 22/11 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: 2 ປະ​ເທດມີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ຫວຽດນາມ ປາດ​ຖະໜາ​ຢາກ​ຊຸກຍູ​້ການ​ພົວພັນ​ນີ້ ​ໃຫ້ນັບ​ມື້​ນັບ​ພັດທະນາ​ຮອບດ້ານ​ໃນ​ຫລາຍ​ຂົງ​ເຂດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ປຸກ ​ໄດ້ຊົມ​ເຊີຍ​ໝາ​ກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ພາຍ​ໃນ Mozambique ​ແລະ ກະຊວງ​ຕຳຫລວດ ຫວຽດນາມ ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ກໍ່ສ້າງ​ພະນັກງານ, ການຮ່ວມ​ມືປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ເຕັກ​ໂນ​ໂລ​ຢີສູງ, ອາດຊະຍາ​ກຳ​ຢາ​ເສບ​ຕິດ ​ແລະ ການ​ຄ້າຂາຍ​ສັດປ່າ​ທຳ​ມະ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ: ນີ້​ແມ່ນ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ຢ່າງແທ​ດຈິງ ​ແລະ ສະ​ເໜີ 2 ຝ່າຍ​ມີ​ບັນດາ​ມາດ​ຕະການ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ນີ້​ໃຫ້ມີ​ປະສິດ​ທິຜົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ​ຈະ​ສ້າງ​ພື້ນຖານ​ສຳຄັນ ​ແມ່ນ​ເງື່ອນ​ໄຂສະດວ​ກ ​ເພື່ອ​ຊຸກຍູ​້ການ​ລົງທຶນ,  ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ລະຫວ່າງ​ 2 ປະ​ເທດ.

ຂ່າວ/ບົດ​ອື່ນ