(VOVWORLD) -ຕອນເຊົ້າວັນທີ 15 ຕຸລາ, ຢູ່ເມືອງ ຖຸຍງວຽນ, ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນຫາຍຟ່ອງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງນະຄອນ, ກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14.
(ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງຫາຍຟ່ອງ)
|
ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງນະຄອນຫາຍຟ່ອງ ໃນໄລຍະຜ່ານມາໄດ້ມີການເຕີບໂຕຢ່າງໄວ, ການສົ່ງອອກເພີ່ມຂຶ້ນຢ່າງແຮງ, ມີຫຼາຍກິດຈະກຳໃຫຍ່ໄດ້ຮັບການຜັນຂະຫຍາຍ… ພ້ອມກັບຄວາມເອົາໃຈໃສ່ພັດທະນາເຂດຕົວເມືອງ, ທາງນະຄອນໄດ້ເອົາໃຈໃສ່ລົງທຶນໃຫ້ແກ່ຂົງເຂດກະສິກຳ, ຊົນນະບົດ, ໃນນັ້ນມີເລື່ອງກໍ່ສ້າງຊົນນະບົດໃໝ່.
“ຂະບວນການຂອງເມືອງ ຖຸຍງວຽນ ໄດ້ຮັບການຕີລາຄາສູງ, ນີ້ແມ່ນເມືອງທີ່ມີຈຳນວນພົນລະເມືອງຫຼາຍ ດ້ວຍກຳມະກອນ 350.000 ຄົນ, ມີຫຼາຍເຂດອຸດສາຫະກຳ, ມີຫຼາຍໂຄງການ FDI, ໄລ່ຮອດປີ 2012 ໄດ້ມີກວ່າ 35 ຕາແສງບັນລຸມາດຖານຊົນນະບົດໃໝ່, ພິເສດແມ່ນຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ບັນດາກິດຈະກຳພື້ນຖານໂຄງລ່າງຢູ່ເມືອງກໍ່ໄດ້ຮັບການລົງທຶນກໍ່ສ້າງ. ຂ້າພະເຈົ້າຄິດວ່າ, ນັ້ນແມ່ນການວາງແຜນທີ່ຖືກຕ້ອງ, ໄດ້ຮັບການຄົ້ນຄວ້າເພື່ອເມືອງ ຖຸຍງວຽນ ພັດທະນະຄອນໃນອະນາຄົດອັນໃກ້ໆນີ້”.
ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບ 10 ປີແຫ່ງການປະຕິບັດໂຄງການເປົ້າໝາຍກໍ່ສ້າງຊົນນະບົດໃໝ່ຢູ່ຫາຍຟ່ອງ.