ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະອວຍພອນບຸນເຕັດຢູ່ນະຄອນດ່ານັ້ງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະອວຍພອນບຸນເຕັດຢູ່ນະຄອນດ່ານັ້ງ - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ
​ຢ້ຽມ​ຢາມ​ແລະ​ອວຍ​ພອນ​ບຸນ​ເຕັດ​ຢູ່​ນະ​ຄອນ​ດ່ານັ້ງ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 28/01 (ກົງ​ກັບ​ວັນ​ທີ 01 ບຸນ​ເຕັດ), ທ່ານ​ນາຍ​ົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໄປ​ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ອົງ​ຄະ​ນະ​ພັກ, ອຳ​ນ​າດ​ການ​ປົກ​ຄອງ, ບັນ​ດາ​ກຳ​ລັງ​ປະ​ກອບ​ອາວ​ຸດ ແລະ ປະ​ຊາ​ຊົນ​ນະ​ຄອນ​ດ່ານັ້ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຍ້ອງ​ຍໍ, ອວຍ​ພອນ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ, ສັງ​ຄົມ, ​ການປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ເຊິ່ງ​ອົງ​ຄະ​ນະ​ພັກ, ອຳ​ນ​າດ​ການ​ປົ​ກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອ​ນ​ດ່ານັ້ງ ບັນ​ລຸ​ໄດ້​ໃນ​ປ​ີ 2016. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ.

        “ພັກ, ລັດ, ພິ​ເສດ​ແມ່ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ມີ​ຄວາມເຊື່ອ​ໝັ້ນ​ວ່າ, ນະ​ຄອນ​ດ່ານັ້ງ ວິ​ລະ​ຊົນ​ຈະ​ມີ​ກຳ​ລັງ​ແກ່ງ​ແຍ້ງ​ຢ່າງ​ແຮງກວ່າ, ຕັດ​ສິນ​ໃຈ​ກວ່າ, ລະ​ອຽດ​ກວ່າ ເພື່ອກໍ່​ສ້າງ​ນະ​ຄອນ​ດ່ານັ້ງ ໃຫ້​ກາຍ​ເປັນ​ນະ​ຄອນ​ທີ່​ມີ​ຊື່​ສຽງ. ອວ​ຍ​ພອນ​ໃຫ້​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອນ​ດ່ານັ້ງ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ, ມີ​ກຳ​ລັງ​ສູ້​ຮົບ​ຢ່າງ​ແຮງ, ຕັດ​ສິນ​ໃຈ​ເພື່ອ​ກາຍ​ເປັນ​ສະ​ຖານ​ທ​ີ່​ພົ້ນ​ເດັ່ນ, ເປັນ​ນະ​ຄອນ​ແກ່ງ​ແຍ້ງ​ທີ່​ມີ​ຊື່​ສຽງ​ໃນ​ໂລກ ຫາກບໍ່​ພ​ຽງ​ແຕ່​ຢູ່​ຫວຽດ​ນາມ ໃນ​ອະ​ນາ​ຄົດ”.

ຂ່າວ/ບົດ​ອື່ນ