ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ແຂວງອານຢາງ

 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ແຂວງອານຢາງ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ​ເຮັດ​ວຽກ​ກັບ​ການ​ນຳ
ຫລັກ​ແຫລ່ງ​ແຂວງ ອານ​ຢາງ

(vovworld)- ​​ ​ ​ຕອ​ນ​ບ່າຍ ວັນ​ທີ 14/3 ຢູ່ ນະ​ຄອນ ລອງ​ຊວຽນ, ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ອານ​ຢາງ. ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກສະ​ເຫນີ: ແຂວງ ອານ​ຢາງ ຄວນ​ມາ​ນະ​ພະ​ຍາ​ຍາມ​ຍົກ​ສູງ​ຄຸນ​ນະ​ພາບ, ມ​ຸນ​ຄ່າ​ເພີ່ມ​​ສິ​ນ​ຄ້າຂອງ​ບັນ​ດາ​ປະ​ເພດ​ສະ​ບຽງ​ອາ​ຫານ​ສົ່ງ​ອອກ. ອານ​ຢາງ ແມ່ນ​ຫນຶ່ງ​ໃນ 4 ແຂວງ​ເປັນ​ເຂດເສດ​ຖະ​ກິດຈຸດ​ສຸມ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ແລະ ແມ່ນ​ແຂວງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ​ກ່ຽວ​ກັບ​ການ​ພັດ​ທະ​ນ​າ​ກະ​ສິ​ກຳ ແລະ ການ​ທ່ອງ​ທ່ຽວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊົມ​ເຊີຍ​ບັນ​ດາ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ຂອງ​ແຂວງ ອານ​ຢາງ ກາຍ​ເປັນ​ສ​ູນ​ຜະ​ລິດ​ແນວ​ພັນ​ເຂົ້າ, ປາ, ໝູ ຮັບ​ໃຊ້​ໃຫ້​ແຂວງ ອານ​ຢາງ ແລະ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫນັບ​ສະ​ຫນູນ​ບັນ​ດາ​ຂໍ້​ສະ​ເຫນີ​ແນະ​ຂອງ​ແຂວງ ກ່ຽວ​ກັບ​ການ​ລົງ​ທຶນເຂດ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກໍ​ເຫັນ​ດີ​ຕໍ່​ຂໍ້​ສະ​ເຫນີຂອງ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ອະ​ນຸ​ຍາດ​ໃຫ້​ແຂວງ ອານ​ຢາງ ປະ​ຕິ​ບັດ​ທົດ​ລອງ​ຮັບ​ຮູ້​ວິ​ສາ​ຫະ​ກິດ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ​ໄດ້​ລົງ​ຢ້ຽມ​ຢາມ​ສູນ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ດີ້ງ​ແທ່ງ ຢູ່ ເມືອງ ທ້​ວາຍ​ເຊີນ ແຂວງ ອານ​ຢາງ.


ຕອບກັບ

ຂ່າວ/ບົດ​ອື່ນ