ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມມົງໂກນແລະເຂົ້າຮ່ວມກອງປະຊຸມASEM11ຢ່າງຈົບງາມ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກສິ້ນສຸດການຢ້ຽມຢາມມົງໂກນແລະເຂົ້າຮ່ວມກອງປະຊຸມASEM11ຢ່າງຈົບງາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ພ້ອມ​ກັບ​ພັນ​ລະ​ຍາ
ພາບ:TTXVN

(vovworld)- ຕອນ​ບ່າຍ​ວັນ​ທີ 16/7, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​ພ້ອມ​ກັບ​ພັນ​ລະ​ຍາ​ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ເດີນ​ທາງ​ຮອດ​ ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ​ມົງ​ໂກນ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ ເອີ​ລົບ ຄັ້ງ​ທີ 11 ຢ່າງ​ຈົບ​ງາມ. ການ​ຢ້ຽມ​ຢາມ​ດຳ​ເນີນ​ແຕ່​ວັນ​ທີ 13-14/7, ບັນ​ລຸ​ໝາກ​ຜົນ​ສຳ​ຄັນ ເປີດ​ຫນ້າ​ປະ​ຫວັດ​ສາດ​ໃຫມ່​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາມ ແລະ​ມົງ​ໂກນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ມົງ​ໂກນ, ພົບ​ປະ​ກັບ​ປະ​ທາ​ນາ​ທິບ​ໍ​ດີ​ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ Migegombo Enkhbold, ເຂົ້າ​ຮ່ວມ​ເວ​ທີ​ປ​າ​ໄສ ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ມົງ​ໂກນ, ຢ້ຽມ​ຢາມ​ຮາກ​ຖານ​ເສດ​ຖະ​ກິດ​ຈຳ​ນວນ​ຫນຶ່ງ​ຂອງ​ໂມງ​ກົນ. ການ​ຢ້ຽມ​ຢາມ ​ມົງ​ໂກນ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ASEM 11 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ປ​ະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ຫວຽດ​ນາມ ແລະ ​ມົງ​ໂກນ, ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ຫວຽດ​ນາມ ຍາມ​ໃດ​ກໍ​ແມ່ນ​ສະ​ມາ​ຊິກ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງປະ​ຊາ​ຄົມ​ສາ​ກົນ ເພື່ອ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ, ການ​ຮ່ວມ​ມື​ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ