ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກອວຍພອນບຸນເຕັດບັນດານັກວິທະຍາສາດ,ຜູ້ຊົງຄຸນວຸດທິປັນຍາຊົນ

(VOVWORLD) -ຕອນບ່າຍວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢື້ຢາມຖາມຂ່າວ, ອວຍພອນບຸນເຕັດບັນດາສາດສະດາຈານ ຫວູຄຽວ, ຮ່ວາງຕຸຍ ແລະ ຫງວຽນວັນຮ້ຽວ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກອວຍພອນບຸນເຕັດບັນດານັກວິທະຍາສາດ,ຜູ້ຊົງຄຸນວຸດທິປັນຍາຊົນ - ảnh 1 (ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ

ຢື້ຢາມຖາມຂ່າວ, ອວຍພອນບຸນເຕັດສາດສະດາຈານ ຮ່ວາງຕຸຍ)

ເມື່ອມາຢ້ຽມຢາມທ່ານສາດສະດາຈານ, ນັກວິລະຊົນແຮງງານ, ນັກວັດທະນະທຳ ຫວູຄຽວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງການປະກອບສ່ວນອັນສຳຄັນຂອງສາດສະດາຈານ ຫວູຄຽວ ໃນການສ້າງພື້ນຖານໃຫ້ແກ່ການພັດທະນາຂອງຂະແໜງສັງຄົມວິທະຍາຫວຽດນາມ.

        ເມື່ອໄປຢ້ຽມຢາມ ແລະ ອວຍພອນທ່ານສາດສະດາຈານ ຫງວຽນວັນຮ້ຽວ, ເຊິ່ງແມ່ນຜູ້ໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ພາລະກິດປ່ຽນແປງໃໝ່, ພັດທະນາຂອງພື້ນຖານວິທະຍາສາດປະຕິວັດຫວຽດນາມ. ທ່ານສາດສະດາຈານ ຫງວຽນວັນຮ້ຽວ ແບ່ງປັນວ່າ, ເຖິງວ່າອາຍຸສູງແລ້ວກໍ່ຕາມ, ແຕ່ທ່ານຍັງພວມຄົ້ນຄວ້າ ແລະ ສ້າງແຜນຮ່າງກ່ຽວຂ້ອງເຖິງການຕ້ານສະພາບນ້ຳຖ້ວມໃຫ້ສຳເລັດ ເພື່ອປະກອບໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

        ທີ່ການຢ້ຽມຢາມ ແລະ ໂອ້ລົມກັບທ່ານສາດສະດາຈານ ຮ່ວາງຕຸຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮັບຮອງບັນດາການປະກອບສ່ວນຂອງສາດສະດາຈານ ໃຫ້ແກ່ຂະແໜງວິຊາຄະນິດສາດຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ