ທ່ານນາຍົກລັດຖະມົນຕີຫງວຽນຊວນຟູ໋ກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ຟູ໋ອຽນ

(VOVWORLD) -ໃນຕອນເຊົ້າວັນທີ 19 ມັງກອນ, ຢູ່ນະຄອນ ຕູຍຮ່ວາ, ທ່ານ ຫງວຽນຊວນຟູ໋ກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນແຂວງ ຟູ໋ອຽນ ໃນປີ 2018.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟູ໋ກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ຟູ໋ອຽນ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟູ໋ກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ຟູ໋ອຽນ)

ດ້ວຍທິດນຳ “ຄວາມສຳເລັດຂອງນັກລົງທຶນ, ຂອງ ວິສາຫະກິດແມ່ນຄວາມສຳເລັດຂອງ ຟູ໋ອຽນ”, ແຂວງໄດ້ຮຽກຮ້ອງບັນດານັກລົງທຶນໃຫ້ລົງທຶນເຂົ້າບັນດາຂົງເຂດອຸດສາຫະກຳ, ການບໍລິການເຕັກໂນໂລຢີສູງ, ການທ່ອງທ່ຽວ, ກະສິກຳເຕັກໂນໂລຢີສູງ. ເຂົ້າຮ່ວມກອງປະຊຸມຍັງມີ ທ່ານ ມາຍຕ໋ຽນຢູງ ລັດຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານ; ທ່ານ ຫງວຽນເທ໋ກີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ, ການນຳກະຊວງ, ຂະແໜງການ, ທ້ອງຖິ່ນ ຈຳນວນໜຶ່ງ.

        ທີ່ກອງປະຊຸມນີ້, ການນຳແຂວງໃຫ້ຮູ້ວ່າ ນອກຈາກບັນດາບູລິມະສິດພິເສດຕາມຂໍ້ກຳນົດທີ່ພວມປະກາດໃຊ້, ແຂວງໄດ້ສຸມໃສ່ປະຕິຮູບການບໍລິຫານ, ສ້າງການຫັນປ່ຽນຢ່າງແຮງຕາມທິດຮັບໃຊ້, ໜູນຊ່ວຍວິສາຫະກິດ. ບັນດາຂົງເຂດເຊິ່ງແຂວງສຸມໃສ່ດຶງດູດການລົງທຶນແມ່ນບັນດາປະເພດການທ່ອງທ່ຽວຊີວະພາບທະເລ, ໝູ່ເກາະ, ການທ່ອງທ່ຽວດ້ານວັດທະນະທຳ, ປະຫວັດສາດ, ການພັກຜ່ອນບຳລຸງສຸຂະພາບ; ລົງທຶນໂຄງປະກອບພື້ນຖານໂຄງລ່າງ ແລະ ຕົວເມືອງ; ກະສິກຳໝູນໃຊ້ເຕັກໂນໂລຢີສູງ, ການປຸງແຕ່ງຜະລິດຕະພັນກະເສດ - ເຄື່ອງປ່າຂອງດົງ - ສິນໃນນ້ຳ.....

ຕອບກັບ

ຂ່າວ/ບົດ​ອື່ນ