ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມການສົນ​ທະ​ນາກ່ຽວກັບການຮ່ວມມືລົງທຶນອາເມລິກາ-ຫວຽດນາມ

(VOVWORLD) -ຕອນເຊົ້າວັນທີ 30 ພຶດສະພາ ຕາມເວລາ ອາເມລິກາ, ຢູ່ ນິວຢອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມການສົນທະນາກ່ຽວກັບການຮ່ວມມືລົງທຶນ ອາເມລິກາ - ຫວຽດນາມ ໂດຍກອງທຶນ ລົງທຶນ Harbinger ແລະ ບໍລິສັດ Asia Group ຈັດຕັ້ງ. 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມການສົນ​ທະ​ນາກ່ຽວກັບການຮ່ວມມືລົງທຶນອາເມລິກາ-ຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມການສົນທະນາກ່ຽວກັບການຮ່ວມມືລົງທຶນອາເມລິກາ-ຫວຽດນາມ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແຈ້ງໃຫ້ບັນດານັກລົງທຶນຊາບກ່ຽວກັບການຫັນປ່ຽນຢ່າງຕັ້ງຫນ້າຂອງພື້ນຖານເສດຖະກິດ ຫວຽດນາມ ພາຍຫລັງ 3 ທົດສະວັດຜ່ານມາ. ກ່ຽວກັບການແລກປ່ຽນການຄ້າ, ທ່ານນາຍົກລັດຖະມົນຕີ ຖືວ່າ ສອງຝ່າຍອາດຈະສ້າງດຸນການຄ້າໃຫ້ສົມດຸນກວ່າ ດ້ວຍການສົ່ງອອກຜະລິດຕະພັນ ຊື່ງແຕ່ລະຝ່າຍມີທ່າແຮງ. ຫວຽດນາມ ນຳເຂົ້າກົນຈັກ ອຸປະກອນ ແລະ ຜະລິດຕະພັນຈຳນວນຫນື່ງຈາກ ອາເມລິກາ ໃນຂະນະ ອາເມລິກາ ນຳເຂົ້າບັນດາຜະລິດຕະພັນຈາກຫວຽດນາມ ຊື່ງ ຊາວອາເມລິກາ ນິຍົມ ຄື: ປາ, ກຸ້ງ, ໝາກໄມ້, ເກີບ.. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:

        “ຂ້າພະເຈົ້າຢືນຢັນວ່າ ລັດຖະບານສືບຕໍ່ສ້າງລັດຖະບານສ້າງສັນ, ການກະທຳ, ມີຄວາມໂປ່ງໃສກວ່າ, ມີຄວາມສະຫນິດສະຫນົມກັບວິສາຫະກິດ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດ ແລະ ນັກລົງທຶນ, ໃນນັ້ນ ມີວິສາຫະກິດ ອາເມລິກາ ໄດ້ສຳຜັດກັບກາລະໂອກາດ, ຄວາມສາມາດບົ່ມຊ້ອນ, ການເຄື່ອນໄຫວດຳເນີນທຸລະກິດຢ່າງສະເຫມີພາບຢູ່ຫວຽດນາມ ບົນຫລັກການຕ່າງຝ່າຍຕ່າງມີຜົນປະໂຫຍດ.”

        ທີ່ການເຈລະຈາ, ທ່ານ Jan Van Acker, ປະທານ ອາຊີ ຟາຊີຟີກ ຂອງບໍລິສັດ Merck Sharp & Dohme ຊື່ງແມ່ນບໍລິສັດການຢາທົ່ວໂລກ ແລະ ໄດ້ມີການເຄື່ອນໄຫວຫລາຍປີຢູ່ຫວຽດນາມ ໃຫ້ຮູ້ວ່າ:

        “ອາຊີ ປາຊີຟີກ ແມ່ນຫນຶ່ງໃນບັນດາຕະຫລາດດູດດື່ມກວ່າໝູ່ໃນໂລກ ດ້ວຍການເຕີບໂຕສູງ, ໃນນັ້ນ ຫວຽດນາມ ແມ່ນຕະຫລາດດູດດື່ມ. ພວກຂ້າພະເຈົ້າດຳເນີນທຸລະກິດຢູ່ຫວຽດນາມ ເປັນເວລາກວ່າ 20 ປີແລ້ວ ແລະ ການລົງທຶນໃນຂົງເຂດການຢາ ແລະ ຕີລາຄາສູງເລື່ອງລັດຖະບານຫວຽດນາມ ປົວແປງຄຸນນະພາບການບໍລິການສາທາລະນະສຸກ ແລະ ການລົງທຶນໃຫ້ດ້ານສາທາລະນະສຸກມີຄຸນນະພາບສູງ. ຫວຽດນາມ ໄດ້ມີຍຸດທະສາດເພື່ອຮັບປະກັນຮອດປີ 2020 ມີ ຢຸກຢາ ປະມານ 80% ໄດ້ຮັບການຜະລິດຢູ່ຫວຽດນາມ ສະນັ້ນ ພວກຂ້າພະເຈົ້າຖືຫວຽດນາມ ແມ່ນຕະຫລາດຍຸດທະສາດ.”

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະກັບ ການນຳບັນດາກຸ່ມບໍລິສັດແຖວຫນ້າຂອງ ອາເມລິກາ ທີ່ພວມມີບັນດາໂຄງການລົງທຶນໃຫຍ່ຢູ່ຫວຽດນາມຄື: ExxonMobil, Coca Cola, Nike, ກອງທຶນ Harbiger.

ຫວູຢຸ໋ງ, ຟ້າມຮວນ ນັກຂ່າວ VOV ປະຈຳ ອາເມລິກາ

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ