ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງໂຮງໝໍເດັກສູນກາງ

(VOVWORLD) -ຕອນເຊົ້າວັນທີ 13 ກໍລະກົດ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງໂຮງໝໍເດັກສູນກາງ (14 ກໍລະກົດປີ 1969 – 14 ກໍລະກົດປີ 2019) ແລະ ມອບຫລຽນໄຊເອກະລາດຊັ້ນສອງໃຫ້ແກ່ໂຮງໝໍນີ້. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງໂຮງໝໍເດັກສູນກາງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງໂຮງໝໍເດັກສູນກາງ

ພາບ:vietnam+

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ປາດຖະຫນາວ່າ ໂຮງໝໍແຫ່ງນີ້ ຈະກາຍເປັນສະຖານທີ່ກວດແລະ ປີ່ນປົວພະຍາດແຖວຫນ້າໃນຂົງເຂດພະແນກເດັກ, ກາຍເປັນສູນກວດ ແລະ ປິ່ນປົວພະຍາດໃຫ້ເດັກທີ່ກ້າວຫນ້າ, ທັນສະໄຫມ, ມີຄຸນນະພາບສູງໃນພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:

“ເພື່ອຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດໃຫ້ເດັກຢ່າງບໍ່ຢຸດຢັ້ງ, ຫນ້າທີ່ວາງອອກ ແມ່ນຫນັກຫນ່ວງທີ່ສຸດ, ຮຽກຮ້ອງພະນັກງານ, ທ່ານໝໍ, ນາຍແພດ ທຸກຄົນ ຕ້ອງສູ້ຊົນຫລາຍກວ່າອີກ. ແລະ ໂຮງໝໍເດັກສູນກາງ ຕ້ອງສືບຕໍ່ ປ່ຽນໃຫມ່, ມີຫົວຄິດປະດິດສ້າງ, ຂະຫຍັນຂັນເຄື່ອນ, ເປັນຕົ້ນເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການສ້າງລະບົບຄຸ້ມຄອງທັນສະໄຫມ, ສູ້ຊົນນຳໂຮງໝໍເດັກສູນກາງກາຍເປັນສູນກວດປິ່ນປົວພະຍາດໃຫ້ເດັກທີ່ກ້າວຫນ້າ, ທັນສະໄຫມ, ມີຄຸນນະພາບສູງໃນພາກພື້ນ ແລະ ໃນໂລກ.”

 

 

ຕອບກັບ

ຂ່າວ/ບົດ​ອື່ນ