ທ່ານ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ​ເດີນທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ

ທ່ານ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ​ເດີນທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
(ພາບ: TTXVN)

(vovworld) - ​ ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ລາວ ທອງ​ລຸນ ສີ​ສຸ​ລິດ, ຕອນ​ເຊົ້າ​ວັນ​ທີ 06/09 ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລັດຖະບານ ຫວຽດນາມ ອອກ​ຈາກ ຮ່າ​ໂນ້ຍ ​ເດີນທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ​ຢູ່​ນະຄອນຫລວງ ວຽງ​ຈັນ, ປະ​ເທດ ລາວ. ​ໂດຍດຳ​ເນີນ​​ໃນ​ລະຫວ່າງ​ວັນ​ທີ 06 – 08/09, ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ່ 28 – 29 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 10 ປະ​ເທດ ອາ​ຊຽນ, ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອາ​ເມ​ລິ​ກາ, ລັດ​ເຊຍ, ອິນ​ເດຍ, ອົດ​ສະ​ຕາ​ລີ, ນິວຊີ​ແລນ ​ແລະ ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 05/09 ຢູ່​ນະຄອນຫລວງ ວຽງ​ຈັນ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ອາ​ຊຽນ (SOM) ​ເພື່ອ​ກະກຽມ​​ໃຫ້​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 28 – 29 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ. ທ່ານ ​ເລ​ຮ່ວາຍ​ຈູງ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫົວ​ໜ້າ SOM ອາ​ຊຽນ ຂອງ ຫວຽດນາມ ນຳ​ໜ້າ​ຄະນະ​ຜູ້​ແທນ​ ຫວຽດນາມ ​ເຂົ້າ​ຮ່ວມກອງ​ປະຊຸມ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເລ​ຮ່ວາຍ​ຈູງ ​ໃຫ້​ຮູ້​ວ່າ: ນອກ​ຈາກບັນດາ​ເນື້ອ​ໃນທີ່​ໄດ້​ປຶກສາ​ຫາລືດັ່ງກ່າວ, ບັນດາ​ຫົວ​ໜ້າ SOM ອາ​ຊຽນ ຄັ້ງ​ນີ້ ກໍ່​ແລກປ່ຽນ​ກ່ຽວ​ກັບ​ເລື່ອງຈະ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ຂັ້ນ​ສູ​ງ​ຂອງ ອາ​ຊຽນ ​ແລະ ຈີນ ທີ່ຈະ​ມາ​ເຖິງກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປະຕິບັດ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC), ກໍ່​ຄື​ມຸ່ງ​ໄປ​ເຖິງ​​ເຊັນ​ກົດ​ແຫ່ງການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ