ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມນັດສາມັນເດືອນກໍລະກົດຂອງລັດຖະບານ

(VOVWORLD) -ຕອນເຊົ້າວັນທີ 3 ສິງຫາ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມນັດສາມັນເດືອນກໍລະກົດ ເພື່ອຕີລາຄາສະພາບການເສດຖະກິດ ສັງຄົມ ໃນເດືອນກໍລະກົດ ແລະ 7 ເດືອນຕົ້ນປີ 2017. 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມນັດສາມັນເດືອນກໍລະກົດຂອງລັດຖະບານ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເປັນປະທານກອງປະຊຸມນັດສາມັນເດືອນກໍລະກົດຂອງລັດຖະບານ

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ທ່າອ່ຽງຕັ້ງຫນ້າກ່ຽວກັບການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ຕາມນັ້ນແລ້ວ ໄພເງິນເຟີ້ສືບຕໍ່ໄດ້ຮັບການຄວບຄຸມ, ດ້ານສິນເຊື່ອເພີ່ມຂຶ້ນສູງ, ອັດຕາດອກເບ້ຍທະນາຄານຫລຸດລົງ. ການນຳເຂົ້າສົ່ງອອກສິນຄ້າເພີ່ມຂຶ້ນຢ່າງແຮງ ເກືອບ 19%. ລາຍຮັບງົບປະມານບັນລຸລະດັບສູງພໍສົມຄວນ, ການດຶງດູດເງິນລົງທຶນເພີ່ມຂຶ້ນຢ່າງແຮງ, ເປັນຕົ້ນແມ່ນເງິນລົງທຶນຂອງຕ່າງປະເທດ FDI. ມີ ວິສາຫະກິດ 73.000 ແຫ່ງຈົດທະບຽນໃຫມ່ ແລະ 17.000 ແຫ່ງກັບຄືນສູ່ການເຄື່ອນໄຫວ. ທ່ານນາຍົກລັດຖະມົນຕີ ສະເຫນີ: ບັນດາສະມາຊິກລັດຖະບານ ສະເຫນີບັນດາມາດຕະການໃນຊຸມເດືອນຍັງເຫລືອຂອງປີ 2017 ເພື່ອບັນລຸຄາດໝາຍເຕີບໂຕຢູ່ໃນລະດັບ 6,7%. ພິເສດ ຕ້ອງວາງບັນຫາຍູ້ແຮງບັນດາມາດຕະການປ່ອຍເງິນລົງທຶນຂອງລັດ, ເພື່ອນຳແຫລ່ງເງິນລົງທຶນສັງຄົມບັນລຸ 34-35% GDP.

        “ພວກເຮົາບໍ່ຕ້ອງແລ່ນຕາມປະລິມານ ຖ້າຫາກບໍ່ສຳເລັດເປັນຢ່າງດີ ຈະສົ່ງຜົນສະທ້ອນເຖິງບັນດາຄາດໝາຍຂອງລັດຖະບານ, ໃນນັ້ນ ມີການໃຊ້ຈ່າຍຫນີ້ສາທາລະນະ. ພວກເຮົາຕ້ອງປະຕິບັດຢ່າງເຂັ້ມງວດບັນດາກົນໄກນະໂຍບາຍກົດໝາຍ ການຊີ້ນຳບໍລິຫານຂອງລັດຖະບານ. ໃນນັ້ນ ເລື່ອງຈັດຕັ້ງປະຕິບັດແມ່ນບັນຫາຫລັກແຫລ່ງຄວນສຸມໃສ່ເພື່ອມີມາດຕະການຢ່າງແຮງກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ