ທ່ານ​ນາຍົກ​ລັດຖະມົນຕີ​ຫງວຽນ​ຊວນ​ຟຸກ​ເປັນ​ເຈົ້າພາບ​ຈັດ​ງານ​ລ້ຽງ​ສາກົນ​ເນື່ອງ​ໃນ​ໂອກາດ​ວັນຊາດ02/09

ທ່ານ​ນາຍົກ​ລັດຖະມົນຕີ​ຫງວຽນ​ຊວນ​ຟຸກ​ເປັນ​ເຈົ້າພາບ​ຈັດ​ງານ​ລ້ຽງ​ສາກົນ​ເນື່ອງ​ໃນ​ໂອກາດ​ວັນຊາດ02/09 - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ

(vovworld) – ​ ​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງ​ການ​ວັນຊາດ​ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ຕອຍບ່າຍ​ວັນ​ທີ 31/08, ຢູ່​ສູນ​ການປະຊຸມ​ສາກົນ, ຮ່າ​ໂນ້ຍ. ທ່ານ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ພັນ​ລະ​ຍາ​ເປັນ​ເຈົ້າພາບ​ຈັດ​ງານ​ລ້ຽງ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງໜ້າ, ຫົວໜ້າ​ຜູ້​ຕາງ​ໜ້າອົງການຈັດ​ຕັ້ງ​ສາກົນ​ປະຈຳ ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ພ້ອມ​ກັບ​ບັນດາ​ການ​ນຳ​ພັກ ​ແລະ ລັດ​​ເຂົ້າ​ຮ່ວມ​ງານ​ລ້ຽ​ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ສືບ​ຕໍ່​ແນວທາງ​ການ​ທູດ​​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ຮ່ວມ​ມື; ຫັນ​ເປັນ​ຫລາຍ​ຝ່າຍ, ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ; ​ເປັນ​ເພື່ອນ​ມິດ, ​ເປັນ​ຄູ່​ຮ່ວມ​ມື​ທີ່ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເປັນ​ສະມາຊິກ​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ສາກົນ. ຫວຽດນາມ ຍູ້​ແຮງ​ການ​ພົວພັນ​ມິດຕະພາບ, ການຮ່ວມ​ມື​ກັບ​ທຸກ​ປະ​ເທດ, ​ເພື່ອນ​ມິດຢູ່​ໃນ​ໂລກ, ພິ​ເສດ​ແມ່ນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ ສະໜິດສະໜົມກັບ​ບັນດາ​ປະ​ເທດ​ ບ້ານ​ໃກ້​ເຮືອນ​ຄຽງ​ມີ​ເສັ້ນ​ຊາຍ​ແດນຮ່ວມ; ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ, ສາມັກຄີ; ປະກອບ​ຢ່າງ​ຕັ້ງໜ້າ​ເຂົ້າ​​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ສະໜັບສະໜູນ​ການ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ​ໃນ​ຖານະ​ ເປັນ​ຜູ້ຕາງໜ້າ​ຂອງ​ບັນດາ​ປະ​ເທດ, ບັນດາອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ, ພວກ​ເພື່ອນ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍບົດບາດ​ພິ​ເສດ, ຄວາມ​ຮັບຜິດຊອບ​ອັນສູງ​ສົ່ງ​ຂອງ​ຕົນ ​ເພື່ອ​ນຳ​ບັນດາ​ປະ​ເທ​ດ, ປະຊາຊົນ​ພວກ​ເຮົາຫຍັບ​ໃຫ້​ເຂົ້າມາໃກ້​ກັນກ່ວາ ​ເພື່ອ​ສັນຕິພາບ ​ແລະ ພັດທະນາວັດ​ທະນາ​ຖາວອນ. ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ພວກ​ເພື່ອນ ​ແລະ ຄອບຄົວ​ຈະ​ມີ​ໄລຍະ​ເວລາ​ດຳລົງ​ຊີວິດ, ​ເຮັດ​ວຽກທີ່​ໜ້າ​ຈົດຈຳ​ພໍ​ສົມຄວນ ດ້ວຍອະນຸສອນ​ສວຍ​ງາມ​ຫລາຍ​ຢ່າງ​ກ່ຽວ​ກັບປະ​ເທດຊາດ ​ແລະ ຊາວ ຫວຽດນາມ.

ຂ່າວ/ບົດ​ອື່ນ