ທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢູ້ງຢ້ຽມຢາມແລະເຮັດວຽກຢູ່ກຳປູເຈຍ

ທ່ານນາຍົກລັດຖະມົນຕີຫງວຽນເຕີ໋ນຢູ້ງຢ້ຽມຢາມແລະເຮັດວຽກຢູ່ກຳປູເຈຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ແລະ ທ່ານນາຍົກລັດຖະມົນຕີ ກຳ​ປູ​ເຈຍ Samdech Hunsen
(ພາບ:VGP/Nhật Bắc)


(vovworld) – ວັນ​ທີ 13/01, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ​ໄດ້​ເຂົ້າຮ່ວມ​ພິທີເປີດ​ສະຫຼອງ​ໂຮງໝໍ Chợ Rẫy (​ເຈີ້ນ​ໄຣ) – Phnompenh (ພະນົມ​ເປັນ) ​ແລະ ພ້ອມ​ກັບ​ທ່ານນາຍົກລັດຖະມົນຕີ ກຳ​ປູ​ເຈຍ Samdech Hunsen ​ເປັນ​ເຈົ້າພາບ​ຈັດກອງ​ປະ​ຊຸມສົ່ງ​ເສີມ​ການ​ລົງທຶນ ​ແລະ ການ​ຄ້າ ຫວຽດນາມ - ກຳ​ປູ​ເຈຍ ຄັ້ງທີ 4.

   ກ່ອນ​ນັ້ນ, ຕອນ​ບ່າຍ​ວັນ​ທີ 12/1, ພາຍຫຼັງມາ​ຮອດ Phnompenh, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ​ໄດ້​ຢ້ຽມຢາມ​ສະຖານທູດ ຫວຽດນາມ ປະຈຳ ກຳ​ປູ​ເຈຍ ​ແລະ ໂອ້​ລົມກັບ​ບັນດາ​ພະນັກງານ​ສະຖານທູດ, ບັນດາ​ວິ​ສາ​ຫະກິດ​ທີ່​ລົງທຶນ​ເຂົ້າ ກຳ​ປູ​ເຈຍ ​ແລະ ຜູ້​ແທນປະຊາ​ຄົມ​ຊາວ​ ຫວຽດນາມ​ ອາ​ໄສ​ຢູ່ ກຳ​ປູ​ເຈຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ຢືນຢັນ​ວ່າ​ພັກ ​ແລະ ລັດ ຫວຽດນາມ ຍາມ​ໃດ​ກໍ່​ປ​າດຖະໜາ ​ແລະ ສະໜັບສະໜູນ​ປະ​ເທດ ກຳ​ປູ​ເຈຍ​ ​ໃຫ້ມີ​ສັນຕິພາບ, ຄວາມໝັ້ນຄົງ, ປອງ​ດອງ​ຊາດ ​ແລະ ພັດທະນາ​ວັດ​ຖະນາ​ຖາວອນ. ພ້ອມ​ກັບ​ສາຍ​ພົວພັນ​ທາງ​ການ​ເມືອງ, ການ​ຕ່າງປະ​ເທດ​ລະຫວ່າງ ຫວຽດນາ​ມ ​ແລະ ກຳ​ປູ​ເຈຍ ທີ່ພວມ​ພັດທະນາ​ຢ່າງ​ດີງາມ, ສາຍ​ພົວພັນ​ທາງ​ເສດຖະກິດ - ການ​ຄ້າ, ວິທະຍາສາດ - ​ເຕັກນິກ, ກິລາ, ການທ່ອງທ່ຽວລະຫວ່າງ​ສອງ​ປະ​ເທດ​ກໍ່​ພວມ​ພັດທະນາ​ຢ່າງ​ຕັ້ງໜ້າ. ຫວຽດນາມ​ໄດ້​ລົງທຶນ​ເຂົ້າ ກຳ​ປູ​ເຈຍ ດ້ວຍຈຳນວນ​ເງີ​ນກວ່າ 3ຕື້USD, ວົງ​ເງີ​ນການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ກວ່າ​ 3ຕື້USD ​ແລະ ຄາດໝາຍບັນລຸ​ 5ຕື້USD​ ​ໃນ​ປີ 2015 ​ແມ່ນ​ອາດ​ຈະ​ເປັນ​ໄປ​ໄດ້.

   ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ສະ​ເໜີ​ໃຫ້ບັນດາ​ວິ​ສາ​ຫະກິດ​ທີ່​ລົງທຶນ​ເຂົ້າ ກຳ​ປູ​ເຈຍ ຄວນ​ຕັ້ງໜ້າ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັບປະກັນ​ຊີວິດ​ສັງຄົມ​ຢູ່ ກຳ​ປູ​ເຈຍ. ທ່ານ​ນາຍົກລັດຖະມົນຕີ ​​ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ແນະ​ຂອງ​ສະມາຄົ​ມຊາວ ຫວຽດນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ ວ່າຈະ​ເພີ່ມ​ທຶນ​ສຶກສາ​ໃຫ້​ແກ່​ລູກ​ຫຼານ​ຂອງ​ຊາວ​ ຫວຽດນາມ ອາໄສຢູ່ ກຳປູເຈຍ ກັບຄືນຮຽນມະຫາວິທະຍາ​ໄລຢູ່​ບ້ານ​ເກີດ​ເມືອງ​ນອນ; ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ປ​າດ​ຖະໜາວ່າຊາວ ຫວຽດນາມ ທີ່​ພວມ​ອາ​ໄສ ​ແລະ ​ເຮັດ​ວຽກຢູ່ ກຳປູ​ເຈຍ​ ຈະ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ສາມັກຄີ, ຊ່ວຍ​ເຫຼືອ​ເຊີ່ງ​ກັນ ​ແລະ ກັນ​ໃນ​ການ​ດຳລົງ​ຊີວິດ, ຍາມ​​ໃດ​ກໍ່ອ່ວາຍ​ເມືອ​ຫາບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູ້ງ ​ໄດ້ຕັດ​ແຖບ​ຜ້າ​ເປີດ​ສະຫຼອງສຳນັກງານ​ສະຖານທູດ ຫວຽດນາມ ​ແຫ່ງ​ໃໝ່ປະຈຳ ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ