ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ:ສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາເຂົ້າສູ່ລວງເລິກ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງ:ສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາເຂົ້າສູ່ລວງເລິກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຕ້ອນຮັບ​ທ່ານ Benjamin Cardin, ສະມາຊິກ​ສະພາ​ສູງ ອາເມລິກາ
ພາບ:chinhphu.vn


(vovworld)- ຕອນ​​ເຊົ້າ​ວັນ​ທີ 28/5, ທີ່​ການ​ຕ້ອນຮັບ​ທ່ານ Benjamin Cardin, ສະມາຊິກ​ສະພາ​ສູງ, ປະທານ​ອະນຸ​ກຳມະການ​ອາຊີ​ຕາ​ເວັນ​ອອກ-​ປາຊີ​ຟິກ ສັງກັດ​  ກຳມາ​ທິການ​ຕ່າງປະ​ເທດ​ສະພາ​ສູງ ອາ​ເມ​ລິ​ກາ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ປາດ​ຖະຫນາ​ຢາກ​ພ້ອມ​ກັບ ອາ​ເມ​ລິ​ກາ ສືບ​ຕໍ່​ມານະ​ພະຍາຍາມ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​​ໃນ​ທຸກ​ຂົງ​ເຂດໃຫ້​ເລິກ​ເຊິ່ງກວ່າ, ພ້ອມ​ແລ້ວ​ປຶກສາ​ຫາລື, ​ແລກປ່ຽນ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຮ່ວມ​ມື ກໍ​ຄື​ບັນຫາ​ຕ່າງໆ​ຊື່​ງສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແຈ້ງ​ໃ​ຫ້ທ່ານ Benjamin Cardin ຮັບ​ຊາບ​ວ່າ: ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຟີ​ກ (TPP) ດ້ວຍ​ຄວາມ​ຮັບຜິດຊອບ​ຢ່າງ​ສູງ, ຫວຽດນາມ ປາດ​ຖະຫນາ​ຢາກ ອາ​ເມ​ລິ​ກາ ມີ​ໄຫວ​ພິບ​ທີ່​ຈຳ​ເປັນ, ​ເໝາະ​ສົມ​​ໃນ​ວິວັດ​ການ​ເຈລະຈາ​ເພື່ອ​ສິ້ນ​ສຸດ​ການ​ເຈລະຈາສັນຍາ TPP ​ໂດ​ຍ​ໄວ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຕໍ່ຝ່າຍ​ອາ​ເມ​ລິ​ກາ ທີ່​ໄດ້​ມີ​ສຽງ​ເວົ້າ​ຄັດຄ້ານ​ການ​ກະທຳຂອງ​ຈີນ ທີ່​ໄດ້​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິ​ດກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ​ແລະ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ ​ແລະ ປາດ​ຖະຫນາ​ຢາກ​ອາ​ເມ​ລິ​ກາ ຈະສືບ​ຕໍ່​ມີ​ສຽງ​ເວົ້າ​ຢ່າ​ງ​ແຮງ​ກວ່າ​ອີກ​ເພື່ອ​ຄັດຄ​້ານການ​ກະທຳ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ຂອງ​ຈີນ.

​ເມື່ອ​ແຈ້ງ​ບັນດາ​ໝາ​ກຜົນ​​ຕົ້ນຕໍ​ໃນ​ການ​ເຈລະຈາ​ກັບ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊີງ​ຮຸ່ງ ​ແລະ ຮອງ​ນາຍົກລັດຖະມົນຕີ,​ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ​ງມີ​ງ, ທ່ານສະມາຊິກ​ສະພາສູງ​ອາ​ເມ​ລິ​ກາ Benjamin Cardin ຢືນຢັນ: ອາ​ເມ​ລິ​ກາ ຢາກ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ກັບ​ຫວຽດນາມ​ກວ່າ​ອີກ. ​ເມື່ອ​ເຕື້ອງ​ເຖິງ​ສະພາບ​ການ​ສັບສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ Benjamin Cardin ສະ​ແດງ​ຄວາມ​ຂັດ​ໃຈ ​ແລະ ວິຕົກ​ກັງວົນ​ຕໍ່ຫນ້າ​ການ​ກະທຳ​ເກາະ​ຜິດ​ຂອງ​ຈີນ ​ແລະ ຖື​ວ່າ:​ ​ເລື່ອງ​ຈີ​ນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫລ່​ທະວີບ​ຂອງ​ຫວຽດນາມ ​ແມ່ນ​ການລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ຮ້າຍ​ແຮງ, ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ ​ແລະ ນາບ​ຂູ່​ໂດຍ​ກົງ​ເຖິງ​ສັນຕິພາບ, ສະຖຽນລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​​ໄພ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ