ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢູ້ງເຂົ້າຢ້ຽມຂຳ່ນັບປະທານາທິບໍດີປະເທດປອກຕູຍການ

ທ່ານນາຍົກລັດຖະມົນຕີຫງວຽນເຕີ້ນຢູ້ງເຂົ້າຢ້ຽມຂຳ່ນັບປະທານາທິບໍດີປະເທດປອກຕູຍການ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢູ້ງ ​ແລະ ​
ທ່ານປະທານາທິບໍດີ​ ​  Anibal Cavaco Silva

(ພາບ: VGP)

(vovworld) – ​​​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ ສ.ປອກຕູຍ​ການ ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 3/6 (ຕາມ​ເວລາ​ຫວຽດນາມ) ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢູ້ງ ​ໄດ້​​ເຂົ້າຢ້ຽມ​ຂຳ່ນັບ​ທ່ານປະທານາທິບໍດີ​ ​ປອກຕູຍການ  Anibal Cavaco Silva. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢູ້ງ ສະ​ແດງ​ຄວາມ​ພາກພູມ​ໃຈທີ່​​​ໄດ້ໄປ​ຢ້ຽມຢາມ ​ປອກຕູຍ​ການ​ເປັນ​ຄັ້ງທຳ​ອິດ ​ກົງ​ກັບ​ໂອກາດ 2 ປະ​ເທດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢູ້ງ ສະ​ເໜີ​ໃຫ້ 2 ປະ​ເທດ​ຄວນ​ມານະ​ພະຍາຍາມ​ເພື່ອ​​ເຮັດ​ໃຫ້​ການ​ຮ່ວມ​ມື​ດ້ານເສດຖະກິດ​, ການ​ຄ້າ ​ແລະ ການລົງທຶນກາຍ​ເປັນ​ເສົາ​ຄ້ຳ​ໃນ​ການ​ພົວພັນ 2 ຝ່າຍ, ຍູ້​ແຮງ​ການ​ຮ່ວມ​ມື​ໃນ​​ຂົງ​ເຂດຕ່າງໆ​ທີ່​ເໝາະ​ສົມກັບ​ທ່າ​ແຮງ ​ແລະ ຄວາມ​ຕ້ອງການ​ພັດ​ທະນາ​ຂອງ​ແຕ່ລະ​ປະ​ເທດ​ຄື: ດ້ານ​ເສດຖະກິດ​ທະ​ເລ, ການ​ເດີມ​ທະ​ເລ, ພະລັງງານ, ການທ່ອງທ່ຽວ. ທ່ານ​ນາ​ຍົກ​ລັດຖະມົນຕີ​ຫງວຽນ​ເຕີ້​ນຢູ້ງ ຢັ້ງຢືນ​ວ່າ: ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

                ທ່ານປະທານາທິບໍດີ​ປະ​ເທດ ​ປອກຕູຍການ  Anibal Cavaco Silva ​​​​ເຫັນ​ດີເປັນ​ເອກະສັນກັບ​ບັນດາ​ຂໍ້​ສະ​ເໜີ​ລະອຽດ​ຂອງ​ທ່ານ​ນາຍົກລັດຖະມົນ​ຕີ ​ຫງວຽນ​ເຕີ້​ນຢູ້ງ ​ແລະ ຢືນຢັນ​ວ່າ: ປອກຕູຍ​ການ ສະໜັບສະໜູນຫວຽດນາມ ​ເພີ່ມ​ທະວີ​​ການ​ຮ່ວມ​ມື​ຮອບດ້ານ​ກັບ​ສະຫະພາບ​ເອີ​ລົບ, ສິ້ນ​ສຸດການ​ເຈລະຈາ ​ແລະ ​ເຊັນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ - EU​ ​ໂດຍໄວ. ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ສາກົນ ​ແລະ ພາກ​ພື້ນ, ທ່ານປະທານາທິບໍດີ​ປະ​ເທດ ​ປອກຕູຍການ  Anibal Cavaco Silva ສະໜັບສະໜູນຄວາມມານະ​ພະຍາຍາມ​ຮັບປະກັນ​ສັນຕິພາບ​, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຢູ່​ອາຊີ - ປາຊີ​ຟິກ, ຢັ້ງຢືນ​ຄວາມ​ສະຫງົບ​ປອດ​​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລຕາ​ເວັນ​ອອກ ​ແມ່ນ​ຜົນ​ປະ​ໂຫຍດລວມຂອງ​ບັນດາ​ປະ​ເທດ​ທັງ​ຢູ່​ພາຍໃນ ​ແລະ ນອກ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ