ທ່ານນາຍົກລັດຖະມົນຕີເຂົ້າຮ້ວມພິທີປະກາດກົນໄກພິເສດສະເພາະເພື່ອພັດທະນາດ່າລາດ

ທ່ານນາຍົກລັດຖະມົນຕີເຂົ້າຮ້ວມພິທີປະກາດກົນໄກພິເສດສະເພາະເພື່ອພັດທະນາດ່າລາດ - ảnh 1
(ທ່ານນາຍົກລັດຖະມົນຕີເຂົ້າຮ້ວມພິທີປະກາດ
ກົນໄກພິເສດສະເພາະເພື່ອພັດທະນາດ່າລາດ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 05/06, ຢູ່​ນະ​ຄອນ​ດ່າ​ລາດ, ແຂວງ​ເລີມ​ດົ່ງ ໄດ້​ຈັດ​ພິ​ທີ​ປະ​ກາດ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສ​ດ​ສະ​ເພາະ​ເພື່ອ​ພັດ​ທະ​ນ​ະ​ຄອ​ນ​ດ່າ​ລາດ ແລະ ເຂດ​ອ້ອມ​ຂ້າງ​ແຂວງ ເລີມ​ດົ່ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊ​ວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດ. ທີ່​ພິ​ທີ, 5 ກຸ່ມ​ກົນ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ ໄດ້​ປະ​ກາດ​ເຖິງ​ປະ​ຊາ​ຊົນ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ບັນ​ດາ​ນັກ​ລົງ​ທຶນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ນັ້ນ​ແມ່ນ, ນະ​ໂຍ​ບາຍ​ຫຼຸດ​ຜ່ອນ​ຄ່າ​ເຊົ່າ​ທີ່​ດິນ​ສຳ​ລັບ​ບັນ​ດ​າ​ໂຄງ​ການ​ລົງ​ທຶນກໍ່​ສ້າງ​ເຂ​ດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ແລະ ເຂດ​ທ່ອ​ງ​ທ່ຽວ​ຈຸດ​ສຸມ​ຂອງ​ນະ​ຄອນ; ຍົກ​ເວັ້ນ​ພາ​ສີ​ນຳ​ເຂົ້າ​ວັດ​ຖຸ​ອຸ​ປະ​ກອນ​ເພື່ອ​ລົງ​ທຶນ​ໃນ​ການ​ປູກ​ພັກ, ດອກ​ໄມ້​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ ແລະ ບາງ​ກົນ​ໄກ​ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ສຳ​ຄັນ​ອື່ນໆ​ອີກ. ທ່ານ ວໍ​ງອ​ກ​ຫ​ຽບ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ດ່າ​ລາດ ໃຫ້​ຮູ້​ວ່າ.

        “ກົນ​ໄກ​ພິ​ເສດສະ​ເພາະ​ໃຫ້​ນະ​ຄອ​ນ​ດ່າ​ລາດ ແມ່ນ​ກາ​ລະ​ໂອ​ກາດ​ສຳ​ຄັນ​ເພື່ອ​ໃຫ​້​ນະ​ຄອນ​ດ່າ​ລາດ ຫັນ​ປ່ຽນ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ໃໝ່, ພິ​ເສດ​ແມ່ນ​ແກ້​ໄຂ​, ສ້າງ​ເງື່ອນ​ໄຂ​ສະ​ດວກ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ພວກ​ຂ້າ​ພະ​ເຈົ້າ​ພວມ​ປະ​ສົບ​ກັບ​ຄວ​າມ​ຫຍຸ້ງ​ຍາກ​ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຕົນ. ພວກ​ຂ້າ​ພະ​ເຈົ້າ​ຄິດ​ວ່າ, ດ້ວຍ 5 ກຸ່ມ​ກົມ​ໄກ, ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ຂອງ​ລັດ​ຖະ​ບານ​ທີ່​ສະ​ຫງວນ​ໃຫ້​ດ່າ​ລາດ​ຄື​ແນວນັ້ນ ຈະ​ແມ່​ນ​ພື້​ນ​ຖານ​ໃຫ້​ນະ​ຄອນ ແລະ ບັນ​ດາ​ເຂດ​ອ້ອມ​ຂ້າງ, ພິ​ເສດ​ແມ່ນ​ນະ​ຄອນ​ດ່າ​ລາດ ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ ແລະ ທ່າ​ແຮງ​ຂອງ​ຕົນ​ຢ່າງ​ແຂງ​ແຮງ”.

        ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ໄດ້​ລົງ​ຢ້ຽມ​ຢາມ ແລະ ໂອ​້​ລົມ​ກັບ​ໝູ່​ຄະ​ນະອະ​ທິ​ການບ​ໍ​ດີ, ຄູ​ອາ​ຈານ, ນັກ​ຮຽນ, ພະ​ນັກ​ງານ, ນັກ​ຮົບ​ວິ​ທະ​ຍາ​ຄານທະ​ຫານ​ບົກ ຢູ່​ດ່າ​ລາດ. ​ຢູ່​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ສະ​ເໜີ​ໃຫ້​​ຄູ່ອາ​ຈານ, ນັກ​ຮຽນ, ພະ​ນັກ​ງານ, ນັກ​ຮົບທະ​ຫານ​ບົກ ສືບ​ຕໍ່ເສີມ​ຂະ​ຫຍາຍ​ຜົນ​ງານ​ໃນ​ການ​ສິດ​ສອນ, ຮ່ຳ​ຮຽນ, ​ອົບ​ຮົບ​ກຽມພ້ອມ​ທີ່​ຈະ​ຕໍ່​ສູ້, ສົມ​ເປັນ​ໜຶ່ງ​ໃນ​ບັນ​ກົມ​ກອງ​ນຳ​ໜ້າ​ໃນ​ລະ​ບົບ​​ວິ​ທະ​ຍາ​ຄານ​ຂອງກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ສາ​ມັກ​ຄີ, ປະ​ຕິ​ບັດ​ວຽກ​ງານຂົນ​ຂວາຍ​ປະ​ຊາ​ຊົນ​ກັບ​ທ້ອງ​ຖິ່ນ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ແຂວງ ເລີມ​ດົ່ງ ໃຫ້ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ