ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂອ້​ລົມ​ສົນ​ທະ​ນາ​ກັບ​ກຳ​ມະ​ກອນ ເຂດ​ອຸດ​ສາ​ຫະ​ກຳ VSIP ບັກ​ນິງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍສະເໜີໃຫ້ກຳມະກອນ ຈົ່ງຝຶກຝົນຫຼໍ່ຫຼອມ, ຮຽນຫຼາຍກວ່າອີກ ເພື່ອຍົກສູງສີມືການຊ່າງ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໂອ້​ລົມ​ສົນ​ທະ​ນາ​ກັບ​ກຳ​ມະ​ກອນ ເຂດ​ອຸດ​ສາ​ຫະ​ກຳ VSIP ບັກ​ນິງ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ມອບຂອງຂວັນໃຫ້ແກ່ກຳມະກອນຂອງບໍລິສັດ  Foster Electric ບັກນິງ ຈຳກັດ (ພາບ: vov.vn)

        ເນື່ອງໃນໂອກາດວັນກຳມະກອນປີ 2020, ຕອນບ່າຍວັນທີ 31 ພຶດສະພາ, ຢູ່ເຂດອຸດສາຫະກຳ VSIP, ຢູ່ເທດສະບານ ຕື່ເຊີນ, ແຂວງບັກນິງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມຮູບແບບຜະລິດ ແລະ ໂອ້ລົມສົນທະນາກັບກຳມະກອນຢູ່ໂຮງງານຜະລິດອຸປະກອນການສຽງເອເລັກໂຕນິກຂອງ ບໍລິສັດ Foster Electric ບັກນິງ ຈຳກັດ. ທີ່ການໂອ້ລົມ, ກຳມະກອນບໍລິສັດ ຕ່າງກໍປາດຖະໜາວ່າ ລັດຖະບານ, ນາຍົກລັດຖະມົນຕີ ສືບຕໍ່ຄວບຄຸມໂລກລະບາດໃຫ້ເປັນຢ່າງດີ, ໜູນຊ່ວຍວິສາຫະກິດ, ໜູນຊ່ວຍການສົ່ງອອກ ເພື່ອໃຫ້ການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງບັນດາວິສາຫະກິດໄດ້ຮັບຜົນດີກວ່າເກົ່າ, ຊ່ວຍສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ກຳມະກອນ; ໜູນຊ່ວຍການບຳລຸງສ້າງວິຊາຊີບໃຫ້ແກ່ແຮງງານ...

ຢູ່ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍສະເໜີໃຫ້ກຳມະກອນ ຈົ່ງຝຶກຝົນຫຼໍ່ຫຼອມ, ຮຽນຫຼາຍກວ່າອີກ ເພື່ອຍົກສູງສີມືການຊ່າງ. ທາງບໍລິສັດຕ້ອງຮັບປະກັນລາຍຮັບ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງກຳມະກອນ, ໃນນັ້ນ ມີການຮັບປະກັນຄວາມປອດໄພໃນການຜະລິດ, ຄວາມປອດໄພຕໍ່ໜ້າໂລກລະບາດ. ກ່ຽວກັບບັນຫາເຮືອນຢູ່ຂອງກຳມະກອນ, ທ່ານນາຍົກລັດຖະມົນຕີຖືວ່າ ບັນຫານີ້ ຕ້ອງໄດ້ເອົາໃຈໃສ່ຫຼາຍກວ່າອີກ, ຕ້ອງເອື້ອອຳນວຍຄວາມສະດວກໃຫ້ແກ່ກຳມະກອນ, ໂດຍສະເພາະແມ່ນລະບົບຮ້ານສັບພະສິນຄ້າ ແລະ ໂຮງລ້ຽງເດັກ./.

ຕອບກັບ

ຂ່າວ/ບົດ​ອື່ນ