ທ່ານປະທານປະເທດ Truong Tan Sang ຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍື່ນສານຕາຕັ້ງ

 ທ່ານປະທານປະເທດ Truong Tan Sang ຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍື່ນສານຕາຕັ້ງ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ເຢຍລະມັນເຂົ້າຍື່ນສານຕາຕັ້ງ


(vovworld) -  ຕອນ​ເຊົ້າ​ວັນ​ທີ 14/8 ຢູ່ ທຳນຽບປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ, ນິວ​ເຊີ​ແລນ, ​ເຢຍລະ​ມັນ, ​ມົງ​ໂກນ, ຮຸງ​ກາຣີ, ອິດສະຣາ​ແອນ ​ແລະ ຝລັ່ງ ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ເມື່ອ​ຮັບ​ຫນ້າ​ທີ່​ການ​ທູດ​ໃຫມ່​ຢູ່ ຫວຽດນາມ. ນະ​ການ​ຕ້ອນຮັບ​ທ່ານ Hugh Borrowman ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ,       ທ່າ​ນປະທານ​ປະ​ເທດ ຫວຽດນາມ Truong Tan Sang ຊີ້​ແຈງ​ວ່າ, ສອງ​ປະ​ເທດ ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ສາມາດ​ເປີດ​ກວ້າງ​ການ​ພົວພັນ​ໃນ​ຫລາຍ​ຂົງ​ເຂດ​      ຊື່​ງທັງ​ສອງ​ຝ່າຍ​ຕ່າງ​ມີ​ທ່າ​ແຮງ ​ເປັນ​ຕົ້ນ​ແມ່ນ​ການ​ສຶກສາ​ບຳລຸງ​ສ້າງ. ​ເມື່ອ​ຕອ້ນຮັບ​ບັນດາ​ທ່ານ​ເອກ​ອັກຄະ​ລັດ​ຖະທູດ , ທ່ານ ປະທານ​ປະ​ເທດ Truong Tan Sang ​ປາດ​ຖະຫນາ​ວ່າ: ຜ່ານ​ອາຍຸ​ການ​ການ​ທູດ​ຂອງ​ບັນດາ​ທ່ານ​ຢູ່ ຫວຽດນາມ ຈະ​ຊຸກຍູ້​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ເຫລົ່າ​ນັ້ນ ກວ່າ​ອີກ​ໃນ​ຫລາຍ​ຂົງ​ເຂດ ​ແລະ  ທ່ານປະທານປະເທດມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນດາ​ທ່ານ​ເອກ​ອັກຄະ​ລັດ​ຖະທູດ​ຈະ​ແມ່ນ​ຂົວ​ເຊ່ືອມ​ຕໍ່​ລະຫວ່າງ​ປະຊາຊົນ​ ຫວຽດນາມ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ