ທ່ານປະທານປະເທດ Truong Tan Sang ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Dien Bien

ທ່ານປະທານປະເທດ Truong Tan Sang ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Dien Bien - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang ​ຢ້ຽມຢາມ​
ຄ້າຍ​ປ້ອງ​ກັນ​ຊາຍ​ແດນ ຊີ​ພາ​ຟິ່ນ
( ພາບ: bienphong.com.vn)


( vovworld ) –   ​ໂດຍ​ສືບ​ຕໍ່​ການລົງ​ຢ້ຽມຢາມ​​ເຂດ Tay Bac ( ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ ) ​ໃນ​ລະຫວ່າງ​ວັນ​ທີ 14 – 15/4, ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ ​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ແຂວງ Dien Bien ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ຮັບປະກັນ​ການປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ​ແຂວງ. ທ່ານ​ປະທານ​ປະ​ເທດ​ກໍໄດ້​ລົງ​​ຢ້ຽມຢາມ ​ແລະ ​ໂອ້​ລົມ​ກັບ​ພະນັກງານ,​ ນັກຮົບ​ກອງ​ບັນຊາ​ການ​ທະ​ຫານ, ກ​ອງບັນຊາ​ການ​ທະຫານປ້ອງ​ກັນ​ຊາຍ​ແດນ​ແຂວງ ​ແລະ ຕຳຫຼວດ​ແຂ​ວງ Dien Bien ກ່ຽວ​ກັບ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ຢ້ຽມຢາມ​ຄ້າຍ​ປ້ອງ​ກັນ​ຊາຍ​ແດນ 417 ຊີ​ພາ​ຟິ່ນ ​ແລະ ກອງ​ນະ​ເສດຖະກິດ​ປ້ອງ​ກັນ​ຊາດ 379, ​ເຊິ່ງຕັ້ງ​ທັບ​ໃນ​ເມືອງ Muong Cha, ​ແຂວງ Dien Bien ທີ່ຄຸ້ມ​ຄອງ​ສ່ວນ​ໜື່ງ​ຂອງເສັ້ນ​ຊາຍ​ແດນ​ຫວຽດນາມ - ລາວ ​ແລະ ຈີນ, ທ່ານ​ປະທານ​ປະ​ເທດ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຜ່ານ​ຜ່າຄວາມ​ຫຍຸ້ງຍາກຂອງ​ພະນັກງານ​ນັກຮົບ​ຮັກສາ​ຄວາມ​ສະຫງົບ​ເສັ້ນ​ຊາຍ​ແດນ. ທ່ານ​ປະທານ​ປະ​ເທດ​ໄດ້​ເອົາ​ໃຈ​ໃສ່ວ່າ ​ພະນັກງານ​ນັກຮົບ ຄວນ​ມີ​ສະຕິ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​​ເຊິ່ງຕໍ່ກົນອຸບາຍ, ​ເລ່ຫຼ່ຽມ​ມ້າງ​ເພ​ທຳລາຍຂອງ​ກຳລັງ​ປໍ​ລະ​ປັກ, ຍົກ​ສູງສະຕິລະວັງຕົວ, ພ​້ອມທັງປະຕິບັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ເປັນ​ຢ່າງ​ດີ.

“ ຢາກ​ປົກ​ປັກຮັກສາ​ເສັ້ນ​ຊາຍ​ແດນ ນັກຮົບ ​ແລະ ປະຊາຊົນຕ້ອງ​ມີ​ການ​ປະສານ​ສົມທົບ​ກັນ . ຢາກ​​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກປະຊາຊົນ​​ແມ່ນ​ຕ້ອງສ້າງ​ເງື່ອນ​ໄຂ​ເພື່ອ​​ໃຫ້ປະຊາຊົນ​ດຳ​ເນີນ​ການຜະລິດ. ​ເວົ້າ​ລວມ​ແລ້ວ ສິ່ງ​ຫຍຸ້ງຍາກ ​ແລະ ສຳຄັນ​ທີ່​ສຸດ​ແມ່ນ​ ຕ້ອງ​ຊ່ວຍ​​ເຫຼືອປະຊາຊົນ​ລົບ​ລ້າງ​ຄວາມ​ອຶດຫິວ ຫຼຸດຜ່ອນ​ຄວາມທຸກ​ຍາກ. ​ຈາກນັ້ນຈະ​ສ້າງ​ການ​ຫັນປ່ຽນ​​ໃນທຸກ​ດ້ານ ”

ຂ່າວ/ບົດ​ອື່ນ