ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບປະທານສະມັດຊາໃຫຍ່ ແລະ ເລຂາທິການໃຫຍ່ສະຫະປະຊາຊາດ

(VOVWORLD) -ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານ Abdulla Shalid, ປະທານສະມັດຊາໃຫຍ່ ແລະ ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຕ້ອນຮັບປະທານສະມັດຊາໃຫຍ່ ແລະ ເລຂາທິການໃຫຍ່ສະຫະປະຊາຊາດ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ
(ພາບ: TTXVN)

ໃນຂອບເຂດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 76, ວັນທີ 21 ກັນຍາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບທ່ານ Abdulla Shalid, ປະທານສະມັດຊາໃຫຍ່ ແລະ ທ່ານ Antonio Guterres, ເລຂາທິການໃຫຍ່ສະຫະປະຊາຊາດ.

        ທີ່ບັນດາການພົບ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ສະໜັບສະໜູນບົດບາດໃຈກາງຂອງສະຫະປະຊາຊາດ ໃນລະບົບຄຸ້ບຄອງທົ່ວໂລກ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມໃນປະຈຸບັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືຮອບດ້ານກັບສະຫະປະຊາຊາດ. ທ່ານປະທານປະເທດໃຫ້ຮູ້ວ່າ, ຫວຽດນາມ ພວມສຸມທຸກຄວາມມານະພະຍາຍາມໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19; ພ້ອມກັນນັ້ນສະເໜີໃຫ້ສະຫະປະຊາຊາດສືບຕໍ່ໜູນຊ່ວຍຫວຽດນາມ ໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນໃນບັ້ນສັກວັກຊິນໃນຂອບເຂດກ້ວາງຂວາງໃຫ້ແກ່ປະຊາຊົນ.

        ເມື່ອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ບັນດາຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ອາຊຽນ, ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງອາຊຽນ ແລະ ບັນດາປະເທດທີ່ກ່ຽວຂ້ອງໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ຍົກສູງຄວາມເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ສ່ວນທ່ານປະທານສະມັດຊາໃຫຍ່ ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໃຫ້ຮູ້ວ່າ, ມີຄວາມປະທັບໃຈຕໍ່ບັນດາຜົນງານໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ແລະ ຕີລາຄາສູງບົດບາດ ແລະ ທີ່ຕັ້ງທີ່ນັບມື້ນັບສູງຂຶ້ນຂອງຫວຽດນາມ ຢູ່ພາກພື້ນ ແລະ ໃນເວທີສາກົນ.

        ແບ່ງປັນກ່ຽວກັບບັນດາຄວາມຫຍຸ້ງຍາກຂອງຫວຽດນາມ ຕໍ່ໜ້າໂລກລະບາດໂຄວິດ-19 ສາຍພັນໃໝ່ Delta, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ຢືນຢັນວ່າ ສະຫະປະຊາຊາດຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍຫວຽດນາມ ຮັບມືກັບໂລກລະບາດ ແລະ ໜູນຊ່ວຍຫວຽດນາມ ໃນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ ພາຍຫຼັງໂລກລະບາດ. ທ່ານເລຂາທິການໃຫຍ່ ກໍ່ປາດຖະໜາວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ