ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະເຈລະຈາກັບຜູ້ຮັກສາການ ປະທານສະພາສູງ, ສະພາຕ່ຳ ແລະ ປະທານສະພາແຫ່ງຊາດ ອິນໂດເນເຊຍ

(VOVWORLD) -ການຢ້ຽມຢາມ ຈະປະກອບສ່ວນຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ
ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະເຈລະຈາກັບຜູ້ຮັກສາການ ປະທານສະພາສູງ, ສະພາຕ່ຳ ແລະ ປະທານສະພາແຫ່ງຊາດ ອິນໂດເນເຊຍ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະເຈລະຈາກັບທ່ານ Arsul Sani, ຜູ້ຮັກສາການປະທານສະພາສູງ ແລະ ສະພາຕ່ຳ ອິນໂດເນເຊຍ
(ພາບ: TTXVN)

        ໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ອິນໂດເນເຊຍ, ຕອນບ່າຍວັນທີ 22 ທັນວາ, ຢູ່ ຈາກາຕາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະເຈລະຈາກັບທ່ານ Arsul Sani, ຜູ້ຮັກສາການປະທານສະພາສູງ ແລະ ສະພາຕ່ຳ ອິນໂດເນເຊຍ.

        ທ່ານປະທານສະພາສູງ ແລະ ສະພາຕ່ຳ ອິນໂດເນເຊຍ Arsul Sani, ເຊື່ອໝັ້ນວ່າ ການຢ້ຽມຢາມ ຈະປະກອບສ່ວນຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ; ຢືນຢັນການສະໜັບສະໜູນບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ 2 ປະເທດໃນໂອກາດນີ້.

        ທີ່ການພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ອິນໂດເນເຊຍ Puan Maharani, 2 ຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ, ໃນນັ້ນມີຄະນະການນຳສະພາແຫ່ງຊາດຂອງ 2 ປະເທດ ກໍຄືບັນດາກຳມາທິການຂອງສະພາແຫ່ງຊາດ ເພື່ອແບ່ງປັນບົດຮຽນໃນການສ້າງກົດໝາຍ ແລະ ສົມທົບກັນຕິດຕາມກວດກາຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດ ແນໃສ່ເສີມຂະຫຍາຍບົດບາດຂອງອົງການສ້າງກົດໝາຍຂອງ 2 ປະເທດໃນການຊຸກຍູ້ການພົວພັນ 2 ຝ່າຍ. 2 ຝ່າຍກໍ່ຢືນຢັນເລື່ອງເພີ່ມທະວີການຮ່ວມມືຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍຢ່າງແໜ້ນແຟ້ນ, ກຽມພ້ອມສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ຕອນຄ່ຳວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະ, ຢື້ຢາມຖາມຂ່າວພະນັກງານ, ພາລະກອນສະຖານທູດ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ພ້ອມກັບພໍ່ແມ່ປະຊາຊົນ, ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ