ທ່ານປະທານປະເທດ ຫງວຽນຊວັນຟຸກ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດປະເທດ ກຳປູເຈຍ ຢ່າງເປັນທາງການ

(VOVWORLD) -ການຢ້ຽມຢາມທາງລັດຖະກິດປະເທດ ກຳປູເຈຍ ຄັ້ງນີ້ ກໍ່ແມ່ນໜຶ່ງໃນບັນດາເຫດການເປີດສາກບັນດາການເຄື່ອນໄຫວຂ່ຳນັບຊົມເຊີຍ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ” ແລະ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ 2 ປະເທດ (24 ມິຖຸນາ 1976 – 24 ມິຖຸນາ 2022).
ທ່ານປະທານປະເທດ ຫງວຽນຊວັນຟຸກ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດປະເທດ ກຳປູເຈຍ ຢ່າງເປັນທາງການ - ảnh 1(ພິທີຕ້ອນຮັບທ່ານປະທານປະເທດ ຫງວຽນຊວັນຟຸກ)

ຕອນເຊົ້າວັນທີ 21 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງຮອດສະໜາມບິນ ພະນົມເປັນ, ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດປະເທດ ກຳປູເຈຍ ຕາມຄຳເຊື້ອເຊີນຂອງພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 21 – 22 ທັນວາ. ທີ່ການຕ້ອນຮັບທ່ານປະທານປະເທດ ຫງວຽນຊວັນຟຸກ ຢູ່ສະໜາມບິນ, ຝ່າຍ ກຳປູເຈຍ ມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພະລາຊະວັງ Samdech Thaufea Veang Kong Sam Ol; ທ່ານລັດຖະມົນຕີກະຊວງທ່ອງທ່ຽວ Thong Khon… ພ້ອມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ, ປະຊາຊົນ ກຳປູເຈຍ ເປັນຈຳນວນຫຼວງຫຼາຍ.

        ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ດຳເນີນບັນດາການພົບປະເຈລະຈາກັບພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກ ກຳປູເຈຍ; ທ່ານນາຍົກລັດຖະມົນຕີ Samdech Techo Hun Sen; ທ່ານປະທານສະພາສູງ Samdech Say Chhum; ທ່ານປະທານສະພາແຫ່ງຊາດ Heng Samrin ແລະ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງສຳນັກງານສະພາແຫ່ງຊາດ ກຳປູເຈຍ; ຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ; ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ກຳປູເຈຍ; ພົບປະກັບຜູ້ຕາງໜ້າປະຊາຄົມວິສາຫະກິດ ຫວຽດນາມ ແລະ ວິສາຫະກິດ ຂະແມ ເຊື້ອຊາດ ຫວຽດນາມ ຢູ່ ກຳປູເຈຍ.

        ການຢ້ຽມຢາມທາງລັດຖະກິດປະເທດ ກຳປູເຈຍ ຄັ້ງນີ້ ກໍ່ແມ່ນໜຶ່ງໃນບັນດາເຫດການເປີດສາກບັນດາການເຄື່ອນໄຫວຂ່ຳນັບຊົມເຊີຍ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ” ແລະ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ 2 ປະເທດ (24 ມິຖຸນາ 1976 – 24 ມິຖຸນາ 2022). ນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳຂອງ 2 ປະເທດຕີລາຄາໝາກຜົນການຮ່ວມມື 2 ຝ່າຍໃນໄລຍະຜ່ານມາ; ແລກປ່ຽນ, ປຶກສາຫາລືຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ; ປຶກສາຫາລືກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ