ທ່ານປະທານປະເທດ ຫວໍວັນເຖືອງ ປຸກລະດົມ “ບຸນເຕັດປູກຕົ້ນໄມ້ ຄິດເຖິງບຸນຄຸນຂອງປະທານໂຮ່ຈີມິນ ຕະຫຼອດໄປ”

(VOVWORLD) -  ທ່ານໄດ້ເນັ້ນໜັກວ່າ: ແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຕະຫຼອດຂອງ ຫວຽດນາມ ແມ່ນມຸ່ງໄປເຖິງການພັດທະນາແບບຍືນຍົງ, ຕັດສິນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງພື້ນຖານເສດຖະກິດສີຂຽວ, ເສດຖະກິດໝູນວຽນ
ທ່ານປະທານປະເທດ ຫວໍວັນເຖືອງ ປຸກລະດົມ “ບຸນເຕັດປູກຕົ້ນໄມ້ ຄິດເຖິງບຸນຄຸນຂອງປະທານໂຮ່ຈີມິນ ຕະຫຼອດໄປ” - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມການປູກຕົ້ນໄມ້ພາຍຫຼັງການປຸກລະດົມ
(ພາບ:Vũ Sinh – TTXVN)

ຕອນເຊົ້າວັນທີ 15 ກຸມພາ, ຢູ່ຕາແສງ ກິມຝູ໋, ນະຄອນ ຕວຽນກວາງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມ, ກ່າວຄຳເຫັນ ແລະ ຕີກອງພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ ຄິດເຖິງບຸນຄຸນຂອງປະທານໂຮ່ຈີມິນ ຕະຫຼອດໄປ”. ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງໝາກຜົນເຊິ່ງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາອົງການ, ສ່ວນບຸກຄົນບັນລຸໄດ້ໃນການປະຕິບັດໂຄງການປູກຕົ້ນໄມ້ 1 ຕື້ຕົ້ນ; ທ່ານໄດ້ເນັ້ນໜັກວ່າ: ແຜນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຕະຫຼອດຂອງ ຫວຽດນາມ ແມ່ນມຸ່ງໄປເຖິງການພັດທະນາແບບຍືນຍົງ, ຕັດສິນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສ້າງພື້ນຖານເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເປັນມິດກັບສິ່ງແວດລ້ອມ ແລະ ພວມປະຕິບັດເປົ້າໝາຍນຳລະດັບປ່ອຍອາຍພິດລົງລະດັບ 0 ໃນປີ 2050, ທ່ານກ່າວວ່າ:

        “ລະດູບານໃໝ່ແມ່ນລະດູແຫ່ງການອອກໜໍ່ຈໍ່ດອກ, ແມ່ນລະດູຕັ້ງຄວາມມຸ່ງຫວັງ. ປູກຕົ້ນໄມ້ແມ່ນການກະທຳທີ່ງາມ ແລະ ມີຄວາມໝາຍ. ຕົ້ນໄມ້ແຕ່ລະຕົ້ນແມ່ນຂອງຂວັນອັນລ້ຳຄ່າຝາກເຖິງອະນາຄົດ, ໃຫ້ລຸ້ນຄົນຕໍ່ໄປ. ຕົ້ນໄມ້ຊ່ວຍເພີ່ມພະລັງຊີວິດໃຫ້ພວກເຮົາ, ດັ່ງນັ້ນ, ພວກເຮົາຕ້ອງປົກປັກຮັກສາ ແລະ ປູກຕົ້ນໄມ້ຫຼາຍກ່ວາອີກ ດ້ວຍຄວາມຮັກ, ຄວາມຮູ້ບຸນຄຸນ. ນັ້ນແມ່ນການກະທຳປະກອບສ່ວນສ້າງສາປະເທດຊາດໃຫ້ນັບມື້ນັບສວຍສົດງົດງາມ, ສະອາດກ່ວາ ແລະ ພັດທະນາແບບຍືນຍົງ, ຢັ້ງຢືນ ຫວຽດນາມ ແມ່ນປະເທດມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ ໃນການປົກປັກຮັກສາສິ່ງແວດລ້ອມ, ຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ, ເພື່ອໜ່ວຍໂລກສີຂຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ