ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມພິທີມອບເຮືອນ “ມະຫາສາມັກຄີ” 1.400 ຫຼັງຢູ່ແຂວງ ເຮົ້າຢາງ

(VOVWORLD) - ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງແຂວງ ເຮົ້າຢາງ ພາຍຫຼັງ 20 ປີແຫ່ງວັນສ້າງຕັ້ງ, ນັບແຕ່ປີ 2004 ມາຮອດປະຈຸບັນ, ຍາມໃດກໍ່ເອົາໃຈໃສ່ເຖິງການໜູນຊ່ວຍສັງຄົມ
ທ່ານປະທານປະເທດ ຫວໍວັນເຖືອງ ເຂົ້າຮ່ວມພິທີມອບເຮືອນ “ມະຫາສາມັກຄີ” 1.400 ຫຼັງຢູ່ແຂວງ ເຮົ້າຢາງ - ảnh 1(ພິທີເປີດສະຫຼອງ ແລະ ມອບຮັບເຮືອນ “ມະຫາສາມັກຄີ”)

        ຕອນບ່າຍວັນທີ 01 ມັງກອນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງ ແລະ ມອບຮັບເຮືອນ “ມະຫາສາມັກຄີ” 1.400 ຫຼັງ ເນື່ອງໃນໂອກາດຂ່ຳນັບຊົມເຊີຍພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງແຂວງ ເຮົ້າຢາງ (01 ມັງກອນ 2004 – 01 ມັງກອນ 2024).

        ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງແຂວງ ເຮົ້າຢາງ ພາຍຫຼັງ 20 ປີແຫ່ງວັນສ້າງຕັ້ງ, ນັບແຕ່ປີ 2004 ມາຮອດປະຈຸບັນ, ຍາມໃດກໍ່ເອົາໃຈໃສ່ເຖິງການໜູນຊ່ວຍສັງຄົມ, ເບິ່ງແຍງດູແລຄົນທຸກຍາກ, ຜູ້ມີຄຸນງາມຄວາມດີ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ. ຍ້ອນເຫດນັ້ນ, ອັດຕາຄອບຄົວທຸກຍາກຈາກ 30% ໃນປີ 2004 ມາຮອດປະຈຸບັນໄດ້ຫຼຸດລົງຢ່າງແຮງ; ພ້ອມທັງລະດົມແຫຼ່ງກຳລັງກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ, ເຮືອນ “ມະຫາສາມັກຄີ” ເປັນຈຳນວນຫຼາຍໃນບໍລິເວນແຂວງ. ທ່ານປະທານປະເທດສະເໜີວ່າ, ໃນໄລຍະຈະມາເຖິງ, ພ້ອມກັບການສ້າງເຮືອນຫຼັງໃໝ່ເພື່ອມອບໃຫ້ບັນດາຄອບຄົວທຸກຍາກ, ແຂວງ ເຮົ້າຢາງ ກໍ່ຕ້ອງເອົາໃຈໃສ່ຊ້ອມແປງ, ຍົກລະດັບເຮືອນແຫ່ງສາຍຈິດມິດໃຈທີ່ຊຸດໂຊມໂດຍໄດ້ກໍ່ສ້າງກ່ອນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ