ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊ​ວັນ​ຟຸ​ກ: ຫວຽດ​ນາມ ໄດ​້​ຖື​ສາ​ຍ​ພົວ​ພັນ​ກັບ​ ສະ​ຫະ​ພັນ ລັດ​ເຊຍ ເປັນ​ສ​ຳ​ຄັ​ນສູງ​ສຸດ

(VOVWORLD) -ການຢ້ຽມຢາມແນໃສ່ຊຸກຍູ້ການພົວພັນ ຫວຽດນາມ - ລັດເຊຍ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ໂດຍສະເພາະແມ່ນຊຸກຍູ້ການໜູນຊ່ວຍວັກຊີນ ແລະ ຖ່າຍທອດເຕັກໂນໂລຊີການຜະລິດວັກຊີນຂອງ ລັດເຊຍ ໃຫ້ ຫວຽດນາມ.
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊ​ວັນ​ຟຸ​ກ: ຫວຽດ​ນາມ ໄດ​້​ຖື​ສາ​ຍ​ພົວ​ພັນ​ກັບ​ ສະ​ຫະ​ພັນ ລັດ​ເຊຍ ເປັນ​ສ​ຳ​ຄັ​ນສູງ​ສຸດ - ảnh 1ທ່ານ ປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: congluan.vn)

ໂດຍຕອບສະໜອງຄຳເຊີນຂອງທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການແຕ່ວັນທີ 29 ພະຈິກ. ນີ້ແມ່ນການຢ້ຽມຢາມສຳຄັນທີ່ເປັນຂີດໝາຍ 71 ປີແຫ່ງການສ້າງຕັ້ງການພົວພັນດ້ານການທູດ ຫວຽດນາມ - ລັດເຊຍ, 20 ປີ ທີ່2 ປະເທດລົງນາມຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ເກືອບ 10 ປີທີ່ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນຮ່ວມມືຍຸດທະສາດຮອບດ້ານກວ່າອີກ. ໃນການຕອບສຳພາດສື່ມວນຊົນ ລັດເຊຍ ໃນເວລາມໍ່ໆມານີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ການເລືອກເອົາ ລັດເຊຍ ເປັນໜຶ່ງໃນບັນດາປະເທດທີ່ໄດ້ໄປຢ້ຽມຢາມທຳອິດໃນຖານະຕຳແໜ່ງໃໝ່ ແມ່ນສະແດງໃຫ້ເຫັນການຖືເປັນສຳຄັນຢ່າງສູງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ຕໍ່ສາຍພົວພັນ ຫວຽດນາມ - ລັດເຊຍ.

ການຢ້ຽມຢາມແນໃສ່ຊຸກຍູ້ການພົວພັນ ຫວຽດນາມ - ລັດເຊຍ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ໂດຍສະເພາະແມ່ນຊຸກຍູ້ການໜູນຊ່ວຍວັກຊີນ ແລະ ຖ່າຍທອດເຕັກໂນໂລຊີການຜະລິດວັກຊີນຂອງ ລັດເຊຍ ໃຫ້ ຫວຽດນາມ. ບົນພື້ນຖານນັ້ນ, ເຮັດໃຫ້ທັງ 2 ປະເທດສາມາດຄວບຄຸມໂລກລະບາດໄດ້ເປັນຢ່າງດີ ແລະ ພ້ອມກັນຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂົ້າລວງເລິກ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ