ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ເກີ໊ມ​ເຢີຍ, ກວ໋າງ​ນາມ ຄົບ​ຮອບ 50 ປີ

(VOVWORLD) -ກ່ອນນີ້ 50 ປີ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ສ້າງວິລະກຳທີ່ດັງກ້ອງກັງວານ - ບຸກໂຈມຕີທຳລາຍລ້າງກຸ່ມຖານທີ່ໝັ້ນ ເກີ໊ມເຢີຍ, ປົດປ່ອຍເທດສະບານເມືອງ ເກວ໊ເຊີນ ໃນວັນທີ 19 ສິງຫາ 1972, ປະກອບສ່ວນປົດປ່ອຍແຂວງ ກວ໋າງນາມ ແລະ ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. 
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ໄຊ​ຊະ​ນະ ເກີ໊ມ​ເຢີຍ, ກວ໋າງ​ນາມ ຄົບ​ຮອບ 50 ປີ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະ ເກີ໊ມເຢີຍ ຄົບຮອບ 50 ປີ 

ຕອນຄ່ຳວັນທີ 19 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນໄຊຊະນະ ເກີ໊ມເຢີຍ ຄົບຮອບ 50 ປີ (19 ສິງຫາ 1972 – 19 ສິງຫາ 2022) ຢູ່ສະໜາມຫຼວງ 26 ມີນາ, ເມືອງ ເກວ໊ເຊີນ, ແຂວງ ກວ໋າງນາມ. ກ່ອນນີ້ 50 ປີ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ສ້າງວິລະກຳທີ່ດັງກ້ອງກັງວານ - ບຸກໂຈມຕີທຳລາຍລ້າງກຸ່ມຖານທີ່ໝັ້ນ ເກີ໊ມເຢີຍ, ປົດປ່ອຍເທດສະບານເມືອງ ເກວ໊ເຊີນ ໃນວັນທີ 19 ສິງຫາ 1972, ປະກອບສ່ວນປົດປ່ອຍແຂວງ ກວ໋າງນາມ ແລະ ປົດປ່ອຍພາກໃຕ້ຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບ. ເສີມຂະຫຍາຍມູນເຊື້ອອົງອາດກ້າຫານ, ບໍ່ຍອມຈຳນົນໃນການຕໍ່ສູ້ຕ້ານສັດຕູ້ຮຸກຮານຈາກພາຍນອກ, ປັດຈຸບັນນີ້, ເກວ໊ເຊີນ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງນັບທັງທາງດ້ານເສດຖະກິດ - ສັງຄົມ, ພັດທະນາຢ່າງມີສະຖຽນລະພາບ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຈູດທູບໄຕ້ທຽນ, ຖະຫວາຍດອກໄມ້ເພື່ອອາໄລຫາປະທານໂຮ່ຈີມິນຜູ້ຍິ່ງໃຫຍ່ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ອະນຸສາວະລີນັກຮົບເສຍສະຫຼະຊີວິດເພື່ອຊາດ ເມືອງ ເກວ໊ເຊີນ.


ຕອບກັບ

ຂ່າວ/ບົດ​ອື່ນ