ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊ​ວັນ​ຟຸກ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ເງະ​ອານ

(VOVWORLD) -ຕອນບ່າຍວັນທີ 11 ທັນວາ, ຢູ່ນະຄອນ ວິງ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ເງະອານ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງ ແຂວງເງະອານ ບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າໃນທຸກດ້ານ ໃນປີ 2021, ພິເສດແມ່ນຄວບຄຸມໂລກລະບາດໂຄວິດ - 19.

ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊ​ວັນ​ຟຸກ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ເງະ​ອານ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ເຖິງຢ່າງໃດກໍຕາມ, ທ່ານປະທານປະເທດ ຖືວ່າ ເພື່ອພັດທະນາຢ່າງແຮງ ໃນໄລຍະຈະມາເຖິງ, ເງະອານຄວນຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງຊາວເງະອານ ດ້ວຍຄາດຫວັງບືນຕົວຂຶ້ນຢ່າງແຮງ, ກຳລັງແຮງງານໜຸ່ມຢ່າງຫຼວງຫຼາຍ, ກຳນົດເສດຖະກິດທະເລ ແມ່ນກຳລັງໜູນລວມມີທັງທ່າກ່ຳປັ່ນ, ການພັດທະນາການທ່ອງທ່ຽວ. ທາງທິດຕາເວັນຕົກຂອງ ແຂວງ ມີຄວາມສາມາດບົ່ມຊ້ອນໃຫຍ່ ເພື່ອພັດທະນາກະສິກຳ. ທາງແຂວງກໍ່ຄວນຂຸດຄົ້ນຍຸດທະສາດທີ່ສາມາດເຊື່ອມຕໍ່ບັນດາເຂດ, ເຂເສດຖະກິດ ໃນເຂດ ກໍ່ຄືເຊື່ອມຕໍ່ກັບບັນດາທ້ອງຖິ່ນຂອງປະເທດລາວ.

ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບທະຫານເຂດ 4. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ໄດ້ຊີ້ນຳພະນັກງານ, ນັກຮົບທະຫານເຂດ 4 ຕ້ອງປະຕິບັດສອງໜ້າທີ່ຍຸດທະສາດໃນການສ້າງສາ, ປົກປັກຮັກສາ ປະເທດຊາດ, ຍຸດທະສາດພັດທະນາເສດຖະກິດສັງຄົມໃນບໍລິເວນຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ