ທ່ານປະທານປະເທດ ຫວຽດນາມໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ມົງໂກນ

(VOVWORLD) - ຕອນບ່າຍວັນທີ 22 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ມົງໂກນ Miyegombo Enkhbold ກຳລັງຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່ານປະທານປະເທດ ຫວຽດນາມໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ມົງໂກນ  - ảnh 1 ທ່ານປະທານປະເທດ ຫວຽດນາມໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ມົງໂກນ 

ທ່ານປະທານປະເທດ ເຈິ່ນດ້າຍກວາງ ຊີ້ແຈ້ງວ່າ, ຫວຽດນາມ ປາຖະໜາຢາກພ້ອມກັບ ມົງໂກນ ອອກແຮງປັບປຸງ ແລະ ເສີມຂະຫຍາຍມູນເຊື້ອມິດຕະພາບອັນດີງາມ, ເພີ່ມທະວີການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຈະເລີນຮຸ່ງເຮືອງ ຂອງພາກພື້ນ ແລະ ໂລກ. ພ້ອມທັງສະເໜີວ່າໃນໄລຍະຈະມາເຖິງ ສອງຝ່າຍສືບຕໍ່ເສີມຂະຫຍາຍມູນເຊື້ອມິດຕະພາບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ກໍ່ຄືຜັນຂະຫຍາຍບັນດາກົນໄກຮ່ວມມືດ້ານການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີປາໄສພາກພື້ນ ແລະ ສາກົນ.

        ສ່ວນທ່ານປະທານສະພາແຫ່ງຊາດ ມົງໂກນ Miyegombo Enkhbold ກໍ່ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືທີ່ສຳຄັນຂອງ ມົງໂກນ ຢູ່ອາຊີຕາເວັນອອກສ່ຽງໃຕ້. ສະນັ້ນ ມົງໂກນ ຍາມໃດກໍ່ປາຖະໜາຢາກເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າກັບ ຫວຽດນາມ ແລະ ປາຖະໜາຢາກສົ່ງອອກສິນຄ້າປະເພດຕ່າງໆຄື: ຊີ້ນແບ້, ຊີ້ນແກະ, ຊີ້ນງົວແຊເຢັນເຂົ້າ ຫວຽດນາມ ໃນໄລຍະຈະມາເຖິງ. ພ້ອມທັງຫວັງວ່າ ຫວຽດນາມ ຈະເປັນຂົວຕໍ່ ເພື່ອໃຫ້ ມົງໂກນ ຮ່ວມມືກັບບັນດາປະເທດ ອາຊຽນ. ມົງໂກນສະໜັບສະໜູນ ຫວຽດນາມ ສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021.

ທ່ານປະທານປະເທດ ຫວຽດນາມໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ມົງໂກນ  - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານປະທານສະພາແຫ່ງຊາດ ມົງໂກນ Miyegombo Enkhbold (ພາບ: TTXVN)

ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ມົງໂກນ Miyegombo Enkhbold ໃນຕອນບ່າຍວັນທີ 22 ມັງກອນ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ການຢ້ຽມຢາມໄດ້ເປັນການພິສູດໃຫ້ເຫັນການພັດທະນາອັນດີງາມຂອງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ການພົວພັນຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ມົງໂກນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີຄວນມານະພະຍາຍາມກ່ວາອີກ ເພື່ອຍົກວົງເງິນການຄ້າ 2 ຝ່າຍໃຫ້ສູງກ່ວາລະດັບ 70 ລ້ານ USD ທີ່ໄດ້ວາງອອກໃຫ້ປີ 2020. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະມານະພະຍາຍາມປະກອບສ່ວນຫລາຍກ່ວາອີກເຂົ້າໃນການຍູ້ແຮງສາຍພົວພັນຮ່ວມມືລະຫວ່າງລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດໃນອະນາຄົດ.

        ສ່ວນທ່ານປະທານສະພາແຫ່ງຊາດ ມົງໂກນ Miyegombo Enkhbold ສະເໜີ 2 ຝ່າຍເພີ່ມທະວີການຮ່ວມມືກ່ຽວກັບການປຸງແຕ່ງຊິ້ນແຊເຢັນ. 2 ຝ່າຍກໍ່ສາມາດຮ່ວມມືໃນຂົງເຂດຜະລິດປຸງແຕ່ງສິນທະເລ. ທ່ານປະທານສະພາແຫ່ງຊາດ ມົງໂກນ Miyegombo Enkhbold ປາດຖະໜາວ່າ ຫວຽດນາມ ສືບຕໍ່ສະໜັບສະນູນ ມົງໂກນ ເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງບັນດາປະເທດ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ