ທ່ານປະທານປະເທດ ເຈີ່ນດ້າຍກວາງ ຈະຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ເບລາຣຸດ ຢ່າງເປັນທາງການ

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີສະຫະພັນ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ສ.ເບລາຣຸດ Alexander Lukashenko, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາຈະຢ້ຽມຢາມສະຫະພັນ ລັດເຊຍ ແລະ ສ.ເບລາຣຸດ ຢ່າງເປັນທາງການແຕ່ວັນທີ 26 ມິຖຸນາ - 01 ກໍລະກົດ 2017

ການຢ້ຽມຢາມ ແນໃສ່ປະກອບສ່ວນສືບຕໍ່ຜັນຂະຫຍາຍການຫັນແນວທາງການຕ່າງປະເທດຫັນເປັນຫລາຍຮູບຫລາຍແບບ, ຫລາຍຝ່າຍ, ປັບປຸງ ແລະ ເພີ່ມທະວີການພົວພັນກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ສ້າງກຳລັງໜູນຊຸກຍູ້ການຮ່ວມມືໃນຫລາຍຂົງເຂດ. ໃນການຢ້ຽມຢາມ, ບັນດາຝ່າຍຈະພ້ອມກັນປຶກສາຫາລື, ຕີລາຄາກ່ຽວກັບບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍໃນໄລຍະຜ່ານມາ; ແລກປ່ຽນທິດທາງ ແລະ ເປັນເອກະພາບບັນດາມາດຕະການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຢືນຢັນສືບຕໍ່ສົມທົບກັນດຳເນີນງານ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ຕອບສະໜອງຜົນປະໂຫຍດຂອງແຕ່ລະປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ