ທ່ານປະທານປະເທດ ເຈືອງເຕີນຊາງ ລົງຢ້ຽມຢາມແຂວງ ຕວຽນກວາງ

ທ່ານປະທານປະເທດ ເຈືອງເຕີນຊາງ ລົງຢ້ຽມຢາມແຂວງ ຕວຽນກວາງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ເຮັດວຽກກັບການນຳແຂວງ ຕວຽນກວາງ
( tuyenquang.gov.vn )


( vovworld ) - ຕອນ​ບ່າຍ​ວັນ​ທີ 14/2 ທ່ານ​ປະທານ​ປະ​ເທດຫວຽ​ດນາມ ​ເຈືອງ​ເຕີນ​ຊາງ  ​ໄດ້ລົງ​​ຢ້ຽມຢາມ​ເຂດ​ປູຊະ​ນີຍະສະ​ຖານ​ປະຫວັດສາດ ກິມບິ່ງ ​ໃນ​ບໍລິ​ເວນ​​​ເມືອງ ຈຽມ​ຮ໋ວາ, ​ແຂວງ ຕວຽນ​ກວາງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ນັກປະຕິວັດ​ລຸ້ນກ່ອນໆ ​ແລະ ບັນດາຜູ້​ທີ່​ເສຍ​ສະ​ລະ​ຊີວິດ​ເພື່ອ​ຊາດ​​ ເຊິ່ງໄດ້​ສະຫງວນ​ຕະຫຼອດຊີວິດ​ຂອງ​ຕົນ​ໃຫ້​ແກ່​ພາລະກິດ​ປະຕິວັດຂອງ ຫວຽດນາມ.

ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ​ຖາມ​ຂ່າວ​ປະຊາຊົນ​ບ້ານ ບໍ໋ກຸງ ​ແລະ ​ເຮັດ​ວຽກກັບ​ຕາ​ແສງ ກິມບິ່ງ ກ່ຽວ​ກັບ​ສະພາບ​ພັດທະນາເສດຖະກິດ​ສັງຄົມ. ທ່ານ​ປະທານ​ປະ​ເທດ​ໄດ້​ຕັກ​ເຕື່ອນ​ວ່າ ​ເຖິງ​ວ່າ​ບັນລຸ​ໄດ້​ບາງໝາກຜົນ​ກໍ​ຕາມແຕ່​ເພື່ອ​ພັດທະນາ​​ໃຫ້​ຍື່ນ​ຍົງ ​ແລະ ມຸ່ງ​ໄປ​ເຖິງ​ການຜະລິດ​ສິນຄ້າ ອຳນາ​ດການ​ປົກ​ຄອງ ​ແລະ ປະຊາຊົນ​ຄວນ​ສຸ້ມ​ໃສ່​ປະຕິບັດ​ໂຄງການ​ກໍ່ສ້າງ​ເຂດ​ຊົນ​ລະ​ບົດ​ໃໝ່​ເປັນ​ຢ່າງ​ດີ, ທ່ານ​ກ່າວ​ວ່າ.

“ຢູ່​ເຂດ​ນີ້ ນອກຈາກ​ສະບຽງ​ອາຫານ, ພວກ​ເຮົາ​ສາມາດ​ປູກ​ປ່າ, ດຽວ​ນີ້​ມີ​ໂຮງ​ຈັດ​ຢູ່​ທີ່​ນີ້​ແລ້ວ ສະ​ນັ້ນ​ກໍ່​ມີ​ສົ້ນ​ອອກ​ທີ່​ດີ, ບໍ່​ຜະລິດສິ້ນ​ຄ້າ​ກະ​ສິກຳຈະ​ບໍ່​ມີ​ຊົນ​ລະ​ບົດ​ໃໝ່. ​ຕາ​ແສງ​​ເຂດຊົນນະບົດ​ໃໝ່​ນີ້​ຕ້ອງ​ພັດທະນາ, ຊີວິດ​ການ​ເປັນ​ຢູ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ຄວາມ​ສະຫງົບ​ປອດ​ໄພ​ໄດ້​ຮັບປະກັນ, ລະບົບ​ການ​ເມືອງ, ພິ​ເສດ​ອົງຄະ​ນະ​ພັກ​ຕ້ອງປອດ​ໄສ, ​ເຂັ້ມ​​ແຂງ, ​ໄດ້ຮັບການ​ຮັບ​ຮູ້​ຈາກ​ທົ່ວ​ປວງ​ຊົນ​.”

ຂ່າວ/ບົດ​ອື່ນ