ທ່ານປະທານປະເທດ ເຈືອງເຕີນຊາງ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງຈົບງາມ

ທ່ານປະທານປະເທດ ເຈືອງເຕີນຊາງ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງຈົບງາມ - ảnh 1
( ພາບ : tintuc.vnn.vn )
( vovworld ) - ວັນ​ທີ 11 ກຸມພາ, ທ່ານ​ປະທານ​ປະ​​ເທດ ສສ ຫວຽ​ດນາມ ​ເຈືອງ​ເຕີນ​ຊາງ        ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນສູງ ຫວຽດນາມ ​ໄດ້​ກັບ​​ເມືອ​ຮອດ​ນະຄອນ ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​ຢ້ຽນຢາມ ສປປ ລາວ​ ຢ່າງ​ຈົບງາມ. ກ່ອນທີ່​ຈະ​ສິ້ນ​ສຸດ​ການ​ຢ້ຽມຢາມ, ​ໃນ​ວັນ​ທີ 11 ກຸມພາ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ໄປ​ຢ້ຽມຢາມ​ແຂວງ ອັດ​ຕະປື, ​ທາງພາກ​ໃຕ້ຂອງ​ ລາວ, ​ເຊິ່ງແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈຸມ​ມາລີ ​ໄຊ​ຍະ​ສອນ ​ແລະ ມີ​ຊາຍ​ແດນ​ຕິດ​ກັບ​ແຂວງ ກອນ​ຕູມ ຂອງ ຫວຽດນາມ. ​ໃນ​​ໄລຍະຢູ່​ຢ້ຽມຢາມ​ແຂວງ ອັດ​ຕະປື, ທ່ານ​ປະທານ​ປະ​ເທດ​ໄດ້​ໄປ​ຢ້ຽມຢາມ​ຄອບຄົວທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈຸມ​ມາລີ ​ໄຊ​ຍະ​ສອນ, ​ໃຫ້ການ​ຕ້ອນຮັບທ່ານ​ເລຂາຄະນະພັກ, ​ເຂົ້າ​ແຂວງ​ ​ແຂວງ ອັດ​ຕະປື ​ແລະ ​ໄປ​ຢ້ຽມຢາມກິດຈະກຳປູກ​ຕົ້ນ​ຢາງພາລາ ແລະ ​ບາງ​ກິດຈະກຳເສດຖະກິດ​, ສັງຄົມ​ໂດຍກຸ່ມ​ບໍລິສັດ ຮ່ວາງ​ແອ​ງຢາ​ລາຍ ລົງທຶນ ​ແລະ ຊ່ວຍ​ເຫຼື​ອ​ແຂວງ​ຄື ​ໂຮງຮຽນ ​ແລະ ​ໂຮງ​ໝໍຫຼາຍຂະ​ແໜງຂອງ​ແຂວງ ອັດ​ຕະປື.

ທ່ານປະທານປະເທດ ເຈືອງເຕີນຊາງ ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງຈົບງາມ - ảnh 2
ທ່ານ​ປະທານ​ປະ​​ເທດ ເຈືອງ​ເຕີນ​ຊາງ ຢ້ຽມຢາມໂຮງງານຜະລິດຢາງພາລາ​ແຂວງ ອັດ​ຕະປື
 ( ພາບ: qdnd.vn )

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ເລຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ສປປ ລາວ ຈຸ​ມມາລີ ​ໄຊ​ຍະ​ສອນ ​ໄດ້​ເປັນ​ສັກຂີ​ພິຍານ ​ແລະ ​ເຂົ້າ​ຮ່ວມ​ພິທີ​​ເລີ່​ມລົງມື​ກໍ່ສ້າງ​ສະໜາມ​ບິນ​ສາກົນ ອັດຕະ​ປຶ ​ໂດຍ ກຸ່ມ​ບໍລິສັດ ຮ່ວາງ​ແອ​ງຢາ​ລາຍ ລົງທຶນ​ກໍ່ສ້າງ. ນະ​ພິທີ, ທ່ານ​ເລຂາ​ຄະນະ​ພັກ, ​ເຈົ້າ​ແຂວງ ​ແຂວງ​ອັດຕະ​ປຶ ຄຳ​ພັນ ພົມ​ມະ​ທັດ ​ໄດ້​ຕີ​ລາຄາ​ສູງ​ໂຄງການ​ນີ້ ​ແລະ ອວຍພອນ​ໃຫ້ການ​ຮ່ວມ​ມື​ແບບ​ພິ​ເສດ ຫວຽດນາມ - ລາວ, ກໍ່​ຄື​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ​ແຂວງ ອັດ​ຕະປື ​ໄດ້​ຮັບ​ການເພີ່ມ​ທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ ​ແລະ ​ເຊື່ອ​ໝັ້ນ​ວ່າ​​ເມື່ອສະໜາມ​ບິນ​ອັດ​ຕະປື​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ ຈະ​ແມ່ນ​ຂົວ​ເຊື່ອມ​ຕໍ່​ດ້ານການ​ຄ້າ ​ແລະ ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ 2 ປະ​ເທດ ກໍ​ຄື​ຢູ່​ພາກ​ພື້ນ. ​​ແລະ​ ກໍ​ໃນ​ຕອນ​ທ່ຽງຂອງວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຂອງ​ທ່ານ​ເລຂາຄະນະ​ພັກ​, ​ເຈົ້າ​ແຂ​ວງ ​ແຂວງ​ອັດ​ຕະປື ຄຳ​ພັນ ພົມ​ມະ​ທັດ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈຸມມາລີ​ໄຊ​ຍະ​ສອນ ກໍ່​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ ​ແລະ ສົ່ງ​ທ່ານ​ປະທານ​ປະ​ເທດ​ເດີນທາງ​ອອກ​ຈາກ​ອັດ​ຕະປືກັບ​ຄືນ​ແຂວງ​ຈ​ຳປາ​ສັກ. ຕອນ​ບ່າຍ​ວັນ​ທີ 11/2, ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ, ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ໄດ້ເດີນທາງກັບເມືອປະເທດສິ້ນ​ສຸດ​ການ​ຢ້ຽມ​ຢາມ​ສັນຖະວະ​ໄມຕີ ສປປ ລາວ ​ເປັນ​ທາງ​ການຢ່າງ​ຈົບງາມ.
     ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ ຫວຽ​ດນາມ ປະຈຳ ລາວ ​ໃຫ້​ຂ່າວ​ວ່າ, ​ໃນ​ຊຸມ​ວັນ​ນີ້, ສື່​ມວນ​ຊົນ​ຂອງ ລາວ ​ໄດ້​ມີ​ຫຼາຍບົດ​ຂຽນທີ່​ຍ້ອງຍໍ​ສັນລະ​ເສີນ​ການ​​ໄປ​ຢ້ຽມຢາມ ລາວ ຂອງ​ທ່ານ​ປະທານ​ປະ​ເທດ ສສ ຫວຽ​ດນາມ ​ເຈືອງ​ເຕີນ​ຊາງ. ໜັງສືພິມປະຊາຊົນ​ໄດ້​ລົງ​ພິມ​ບົດ​ນຳ​ຊົມ​ເຊີຍ​ກາ​ນຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ. ​ໃນ​ວັນ​ທີ 9 ​ແລະ 10 ກຸມພາ, ສຳນັກ​ຂ່າວສານ​ແຫ່ງ​ຊາດ​ລາວ ( KPL ), ໜັງສື​ພິມວຽງ​ຈັນ​ໃໝ່, ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ, ​ໂທລະພາບ​ແຫ່ງ​ຊາດ, ​ໂທລະພາບ​ເອກະ​ຊົນ​ລາວ ລ້ວນ​ແຕ່​​ໃຫ້​ຂ່າວ​​ກ່ຽວ​ກັບ​ພິທີ​ຕ້ອນຮັບ​​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢ່າງ​ສົມ​ກຽດ. ບັນ​ດາ​ໜັງສືພິມລ້ວນ​ແຕ່​ຍົກ​ສູງ​ສາ​ຍພົວພັນ​ມິດຕະພາບ​ແບບ​ພິ​​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ລາວ, ນ້ຳ​ໃຈ​ຮັກ​ແພງ, ​ເຄົາ​ລົບ​ນັບຖືທີ​ສຸດ​ທີ່ສະຫງວນ​ໃຫ້​ແກ່​ທ່ານ​ປະທານ​ປະ​ເທດ ສສ ຫວຽ​ດນາມ ​ແລະ ຢືນຢັນ​ວ່າ ສາຍ​ພົວພັນ ຫວຽດນາມ - ລາວ ​​ແມ່ນສາຍ​ພົວພັນບໍລິສຸດ​ຜຸດ​ຜ່ອງ​ຖານສະຫາຍອ້າຍ​ນ້ອງອັນສະໜິດ​ສະໜົມ. ສື່​ມວນ​ຊົນ​ຂອງ ລາວ ຍັງ​ໂຄສະນາຢ່າງເລິກເຊິ່ງ​ເຖິງການ​ເຄື່ອນ​ໄຫວ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ຢູ່ ລາວ, ກໍ່ຄືອາລົມຈິດ, ຄວາມ​ນັບຖືຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ທີ່ມີຕໍ່​ການ​ນຳ​ຂອງ​ລາວທີ່​​ໄດ້ພັກ​ກິນ​ເບ້ຍ​ບຳນານ​ຄື ​ໄປ​ຢ້ຽມຢາມ​ຄອບຄົວ​ຂອງ​ທ່ານ ສີ​ສະຫວາດ ​​ແກ້ວ​ບຸນ​ພັນ ອາ​ດິດປະທານ​ແນວ​ລາວ​ສ້າງ​ຊາດ, ​ໄປ​ຢ້ຽມຢາມຄອບຄົວ​ທ່ານ ຄຳ​ໄຕ ສີ​ພັນ​ດອນ ອາ​ດິດປະທານ​ພັກ, ປະທານ​ປະ​ເທດ​ລາວ ​ທີ່​​ໄດ້ພັກ​ກິນ​ເບ້ຍ​ບຳນານ​ຢູ່​ພາກ​ໃຕ້​ລາວ.

ຂ່າວ/ບົດ​ອື່ນ