ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບກະຊວງຕຳຫຼວດ

ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບກະຊວງຕຳຫຼວດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ໄດ້​ເປັນ​ສັກ​ຂີ​ພິຍານ​ພິທີ​ລົງ​ນາມ​ຂໍ​້ກຳນົດ​ສົມທົບ​ວຽກ​ ງານ​ລະຫວ່າງ​ກະຊວງ​ຕຳຫຼວດ​ ​ແລະ ຫ້ອງ​ວ່າການ​ປະທານ​ປະ​ເທດ
(ພາບ: truongtansang.net)

(vovworld) - ຕອນ​ບ່າຍ​ວັນ​ທີ 21/2, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກະຊວງ​ຕຳຫຼວດ​ກ່ຽວ​ກັບ​ໂຄງການ​ປະຕິບັດ​ງານ​ປີ 2012. ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ  ​ໄດ້​ຍ້ອງຍໍ​​ຊົມ​ເຊີຍບັນດາ​ໝາກຜົນ​ທີ່​​ກຳລັງ​ຕຳຫຼວດ​ປະຊາຊົນບັນລຸ​ໄດ້​​ໃນ​ປີ 2011, ​ໃນ​ນັ້ນ​ກະຊວງ​ຕຳຫຼວດ​ໄດ້​ຊີ້​ນຳຢ່າງ​ໃກ້ຊິດ​ບັນດາ​ໜ້າ​ທີ່​ວຽກງານ​ຈຸດ​ສຸມ​ທີ່​ໄດ້​ວາງ​ອອກ, ພິ​ເສດ​ແມ່ນ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ບັນ​ດາ​ເຫດ​ການ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ຊາດ, ພິ​ເສດ​​ແມ່ນ​ກອງ​ປະຊຸມ​ໃຫຍ່​ທ່ົວ​ປະ​ເທດ​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ການ​ເລືອກ​ຕັ້ງສະມາຊິກ​ສາ​ພະ​ແຫ່ງ​ຊາດ​ຊຸດ​ທີ 13, ການ​ເລືອກ​ຕັ້ງ​ສະມາຊິກສະພາ​ປະຊາຊົນ​​ຂັ້ນຕ່າງໆ ​ແລະ ກອງ​ປະຊຸມ​ສາກົນ​ທີ່​ສຳຄັນຖືກ​ດຳ​ເນີນ​ຢູ່​ຮ່າ​ໂນ້ຍ.

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ​ ກະຊວງ​ຕຳຫຼວດ​ຍາມ​ໃດ​ກໍ​ຄວນ​ເປັນ​ເຈົ້າ​ການ​ໃນ​ການ​ປະຕິບັດ​ໜ້າ​ທີ່, ພິ​ເສດ​ແມ່ນ​ບັນດາ​ໜ້າ​ທີ່​ປົກ​ປັກ​ຮັກສາ​​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ສັງ​ຄົມ. ກະຊວງ​ຕຳຫຼວດ​ບໍ່​ໄດ້​ເລີ່ນ​ເລີ້,​ ຂາດ​ສະຕິ​ລະວັງ​ຕົວ, ຕ້ອງ​ນຳ​ໜ້າ, ​ເດັດ​ດຽວ​ຕໍ່ສູ້, ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງ​ຄົມ​ໃນ​ທຸກ​ສະຖານະ​ການ, ຮັບ​ປະກັນ​ຮັກສາ​​ສະຖຽນ​ລະ​ພາບ​ເພື່ອ​ໃຫ້​ປະ​ເທດ​ພັດທະນາ.

ສິ້ນ​ສຸດ​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ບັນດາ​ຜູ້​ແທນ​ໄດ້​ເປັນ​ສັກ​ຂີ​ພິຍານ​ພິທີ​ລົງ​ນາມ​ຂໍ​້ກຳນົດ​ສົມທົບ​ວຽກ​ງານ​ລະຫວ່າງ​ກະຊວງ​ຕຳຫຼວດ​ ​ແລະ ຫ້ອງ​ວ່າການ​ປະທານ​ປະ​ເທດ.

ຂ່າວ/ບົດ​ອື່ນ