ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບກະຊວງປ້ອງກັນປະເທດ

ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບກະຊວງປ້ອງກັນປະເທດ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ
ພາບປະກອບ


(vovworld) - ວັນ​ທີ 14/03,​ ທ່ານ​ປະທານ​ປະ​ເທດ​ເຈ​ືອງ​ເຕີນ​ຊາງ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ​ກ່ຽວ​ກັບ​ການ​ປະຕິບັດ​ຫນ້າ​ທີ່​ດ້ານ​ການ​ທະຫານ, ການ​ປ້ອງ​ກັນຊາ​ດ​ໃນ​ໄລຍະ​ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຊີ້​ແຈງ​ວ່າ: ກອງທັບ​ຄວນ​ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ການ​ສຶກສາ​ຝຶກ​ຝົນ​ຫລໍ່​ຫລອມ​ຄຸນ​ນະ​ທາດ​ການ​ເມືອງ, ​ແນວ​ຄິດ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຊີວິດ​ທາງ​ດ້ານ​ວັດ​ຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ພະນັກງານ, ນັກຮົບ, ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ກຽມພ້ອມ​ການ​ສູ້​ຮົບ. ຕໍ່ຫນ້າ​ສະພາບ​ການ​ການ​ເມືອງ, ຄວາມ​ສະຫງົບ​ປອດ​ໄພ​ຂອງ​ໂລກ​ມີ​ການຜັນ​ແປຢ່າງ​ສັບສົນ, ສະພາບ​ການ​ພາຍ​ໃນ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ,​ ສິ່ງ​ທ້າ​ທາຍ​ຫລາ​ຍຢ່າງ, ທ່ານ​ປະທານ​ປະ​ເທດ​ເນັ້ນ​ຫນັກ​ວ່າ ​ໃນ​ປີ 2012 ກະຊວງ​ປ້ອງ​ກັນ​ປະ​ເທດ ຄວນ​​​ໃສ່​​ໃຈພິ​ເສດ​ເຖິງ​ເລື່ອງ​ຊາບ​ຊືມປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ ກ່ຽວ​ກັບ​ຫນ້າ​ທີ່​ການ​ທະຫານ, ການ​ປ້ອງ​ກັນຊາ​ດ, ຢືດໝັ້ນ​ຈຸດໝາຍ​ເອກະລາດ​ຊົນ​ຊາດຕິ​ດພັນ​ກັບ​ສັງຄົມ​ນິຍົມ, ຖື​ການ​ຮັກສາ​ສັນ​ຕິ​ພາບ​ສະຖຽນລະ​ພາບ​ເພື່ອ​ພັດທະນາ​ປະ​ເທດ​ຊາດ ​ແມ່ນຜົນ​ປະ​ໂຫຍ​ດສູງ​ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ