ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບການນຳແຂວງກອນຕຸມ

ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບການນຳແຂວງກອນຕຸມ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​​ແຂວງກອນ​ຕຸ​ມ
( ພາບ: .kontum.gov.vn )

( vovworld ) - ​​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ແຂວງ​ກອນ​ຕຸ​ມ, ຕອນ​ເຊົ້າ​ວັນ​ທີ 16/3, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ປະຕິບັດ​ງານ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​​ແຂວງກອນ​ຕຸ​ມ ກ່ຽວ​ກັບ​ສະພາບ​ປະຕິບັດ​ໜ້າ​ທີ່​ວຽກ​ງານເສດຖະກິດ​ສັງຄົມປີ 2011 ​ແລະ ຮັບປະກັນ​ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວັນ​ແຂວງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຊົ​ມ​ເຊີຍ​ບັນດາ​ຜົນງານ​ເຊິ່ງ​ແຂວງ​ກອນ​ຕຸ​ມ ບັນລຸ​ໄດ້ ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ພັດທະນາເສດຖະກິດ, ຮັບປະກັນ​ຄວາມ​ເປັນ​ລະບຽບຮຽບ ຮ້ອຍ ​ແລະ ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ ​ແລະ ພັດທະນາ. ທ່ານ​ປະທານ​ປະ​ເທດ​ໄດ້​ຖື​ວ່າ, ປີ 2012 ສະພາບພາຍ​ໃນ​ປະ​ເທດ ​ແລະ ​ໂລກ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ສັບສົນຫຼາຍ​ຢ່າງ, ​ເພາະສະ​ນັ້ນ​ແຂວງ​ກອນ​ຕຸ​ມ ຄວນ​ມີ​ມາດ​ຕະການ​​ແກ້​ໄຂ​ຢ່າງ​ຄົບ​ຊຸດ, ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​​ແຂວງຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົມຊ້ອນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ແຂວງກໍ​ຄື​ຂອງ​ເຂດ​ ໄຕ​ຫງວຽນ. ທ່ານ​ປະທານ​ປະ​ເທດ​ໄດ້​ໃຫ້ຄຳຕັກ​ເຕື່ອນ​ວ່າ, ​ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ໃນ​ນັ້ນ​, ພິ​ເສດ​ແມ່ນ​ວຽກ​ງານ​ປົກ​ປັກ​ຮັກສາ ​ແລະ ພັດ​ທະນາ​ປ່າ. ນີ້​ແມ່ນ​ບັນຫາ​ເປັນ​ຕາ​ຍທີ່​ສົ່ງ​ຜົນ​ກະທົບ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ ​ເວົ້າ​ວ່າ.

“ ພວກ​ເຮົາ​ໄດ້​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ເປັນ​ປະຈຳກ່ຽວກັບ​ທີ່​ດິນ​ທີ່​ລ້ຳ​ຄ່າ​ເຊັ່ນ​ນີ້, ​ແຕ່​ລະດັບ​ຂຸດ​ຄົ້ນ​ປ່າ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ, ​ເປີດ​ກວ້າງ​ເນື້ອ​ທີ່​ດິນ, ຮັກສາ​ເນື້ອ​ທີ່​ປ່າ​ໃຫ້​ເໝາະ​ສົມ, ປົກ​ປັກ​ຮັກສາ​ຊີ​ວະນາ​ນາ​ພັນ​ຢູ່ເຂດ ໄຕ​ຫງວຽນ ນີ້, ອາດ​ຈະ​ເວົ້າ​ໄດ້​ວ່າ​ຍັງ​ຄ້າງ​ຄ່າຫຼາຍ​ຢ່າງ. ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ປົກ​ປັກ​ຮັກສາ​ລະບົບຊີ​ວະນາ​ນາ​ພັນຂອງ​ປ່າ, ຕ້ານ​ສະພາບດິນ​ເຊາະ​ເຈືອນ.”

        ທ່ານ​ປະທານ​ປະ​ເທດ​ໄດ້​ເນັ້ນ​ໜັກ​ວ່າ, ດ້ວຍ​ເນື້ອ​ທີ່​ກວ້າງ, ດິນ​ອຸດົມ​ສົມ​ບຸນ, ​ແຂວງ​ກອນ​ຕຸ​ມ ຄວນ​ມີ​ແຜນການ​ກຳນົດ​ຢ່າງ​ຈະ​ແຈ້ງ, ​ເພີ່ມ​ທະວີ​ການ​ມອບ​ໂອນ​ນຳ​ໃຊ້​ວິທະຍາຊາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ, ມີ​ແຜນ​ນະ​ໂຍບາຍ​ຢ່າງ​ລະອຽດ ​ແລະ ​ ​ແກ້​ໄຂສິ່ງ​ຄ້າງ​ຄ່າ​ຢ່າງ​ທັນ​ການ, ສະ​ຫງວນ​ບຸລິມະສິດ​ທີ່​ຈຳ​ເປັນ​ເພື່ອ​ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ເຜົ່າ​ສ່ວນ​ໜ້ອຍ. ນັ້ນ​ແມ່ນ​ປັດ​ໃຈ​ທີ່​ສຳຄັນ​ເພື່ອ​ຮັກສາ​ສະ​​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​​ໃນ​ທົ່ວ​ສັງຄົມ.
ຂ່າວ/ບົດ​ອື່ນ