ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບການນຳແຂວງຢາລາຍ

ທ່ານປະທານປະເທດ ເຈືອງເຕີນຊາງ ເຮັດວຽກກັບການນຳແຂວງຢາລາຍ - ảnh 1
( ພາບ: nhandan.com.vn )

( vovworld ) - ​​​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ແຂວງ​ຢາ​ລາຍ, ຕອນ​ເຊົ້າ​ວັນ​ທີ 17/3, ທ່ານ​ປະທານ​ປະ​ເທດຫວຽ​ດນາມ ​ເຈືອງ​ເຕີນ​ຊາງ​ ​​​ໄດ້ເຮັດ​ວຽກກັບການ​ນຳ​ຫຼັກ​ແຫຼ່ງແຂວງ​ຢາ​ລາຍ ກ່ຽວ​ກັບ​ສະພາບ​ປະຕິບັດ​ໜ້າ​ທີ​ເສດຖະກິດ​ສົງ​ຄົມ​ປີ 2011 ​ແລະ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ດ້ານ​ປ້ອງ​ກັນ​ປະ​ເທດ​ໃນ​ບໍລິ​ເວັນ​ແຂວງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ​​ຊີ້​ແຈງ​ວ່າ ດ້ວຍ​ທ່າ​ແຮງ​ທີ່​ໃຫຍ່​ຫຼວງ​ກ່ຽວ​ກັບ​ປ່າ, ດິນ​ປ່າ ​ແລະ ​ແຫຼ່ງຊັບພະຍາກອນ​ດິນ​ແດງ Bazan. ​ແຂວງ​ຢາ​ລາຍ ຕ້ອງ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ກວດຄືນ​ແຜນການ​ເພື່ອຊຸກຍູ້​ຢ່າງ​ແຮງ​ກວ່າ​ອີກ, ​ໃນ​ນັ້ນ ພິ​ເສດ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ປົກ​ປັກ​ຮັກສາ​​ແລະ ພັດທະນາປ່າ, ພ້ອມ​ກັນ​ນັ້ນ​ປະຕິບັດ​ນະ​ໂຍບາຍ​ກ່ຽວ​ກັບ​ທີ່​ດິນ, ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ, ໜູນ​ຊ່ວຍ​ດ້ານ​ເຕັກນິກ​ວິທະຍາສາດ​ສຳລັບ​ປະຊາຊົນ​ບັນດາເຜົ່າ​ສ່ວນ​ໜ້ອຍ​ເປັນ​ຢ່າງ​ດີ ​ເພື່ອ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມທຸກ​ຍາກ​ແຕ່ລະ​ຂັ້ນ. ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ​ເວົ້າ​ວ່າ.

“ ກ່ຽວ​ກັບ​ບັນຫາ​ຊີວິດ​ການ​ເປັນ​ຢູ່, ວຽກ​ເຮັດ​ງານ​ທຳ, ປະຈຸ​ບັນ​ຄວນ​ຄິດ​ໄລ່​ເນື້ອ​ທີ່​ດິນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​​ໃຫ້​ບຸລິມະສິດ, ສຸມ​ໃສ່​ແກ້​ໄຂ​ຢູ່​ກັບ​ທີ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ທີ່​ບໍ່​ມີ​ວຽກ​ເຮັດງານ​ທຳ. ດ້ານ​ໜຶ່ງກໍ່ດຶງ​ດູດ​ການເຂົ້າ​ຮ່ວມ​ໃນ​ນິຄົມ​ກະ​ເສດ, ຊ່ວຍ​ໃຫ້​ປະຊາຊົນ​ພັດທະນາສວນ​ທຳ​ການຜະລິດ​. ຂ້າພະ​ເຈົ້າ​ເຊື້ອ​ໝັ້ນ​ວ່າ​ຈະ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ, ​ແກ້​​ໄຂຊີ​ວິການ​ເປັນ​ຢູ່​​ໂດ​ຍພື້ນຖານ, ສ້າງວຽກ​ເຮັດ​ງານ​ທຳ ​ແລະ ມີລາຍ​ຮັບ​ໃຫ້​ແກ່​ປະຊາຊົນ ”.

ທ່ານ​ປະທານ​ປະ​ເທດ​​ໃຫ້​ຄຳ​ຕັກ​ເຕືອນວ່າ, ພ້ອມ​ກັບ​ການ​ພັດທະນາ​ເສດຖະກິດ, ​ແຂວງ​ຢາ​ລາຍ ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​ໃນ​ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສັງຄົມ. ທ່ານ​ປະທານ​ປະ​ເທດ​ໄດ້​ເນັ້ນ​ໜັກ​ເຖິງ​ວິທີ​ສຳຄັນ​ແມ່ນ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ ​ແລະ ສາສະໜາ​ສຳລັບ​ປະ​ຊາ​ຊົນ​ບັນດາເຜົ່າ​ສ່ວນ​ໜ້ວຍເປັນ​ຢ່າງ​ດີ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເພື່ອ​ສ້າງທ່າ​ສະໜາມ​ແຫ່ງ​ຈິດ​ໃຈ​ປະຊາຊົນຢ່າງ​​ເຂັ້ມ​ແຂງ, ພ້ອມ​ກັນ​ນັ້ນ​ປັບປຸງ​ລະບົບ​ການ​ເມືອງຂັ້ນຮາກຖານ.
ຂ່າວ/ບົດ​ອື່ນ