ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ແຂວງ ລອງອານ

ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃໝ່ແຂວງ ລອງອານ - ảnh 1
( ພາບ : http://www.baomoi.com )
ຕອນ​ເຊົ້າ​ວັນທີ 21 ມັງກອນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ປີ​ໃໝ່ ອົງຄະ​ນະ​ພັກ ​ແລະ ປະ​ຊາ​ຊົນ ​ແຂວງ ລອງ​ອານ. ຕາງໜ້າ​ໃຫ້​ພັກ ​ແລະ ລັດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຍ້ອງຍໍ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງຄະ​ນະ​ພັກ ​ແລະ ປະຊາຊົນ ​ແຂວງ ລອງ​ອານ ​ເຊິ່ງ​​ໄດ້​ປະຕິບັດສຳ​ເລັດ​ບັນດາ​ຈຸດໝາຍດ້ານ​​ເສດຖະກິດ​ສັງຄົມ, ພິ​ເສດ, ​ໃນ​ສະພາ​ບປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ທາງແຂວງ​ໄດ້​ປະຕິບັດ​ການປະຢັດ, ​ໃຫ້ບຸລິມະສິດ​​ແກ່ການ​ລົງທຶນພັດທະນາ,  ຕັ້ງໜ້າລະດົມ​ແຫຼ່ງທຶນ​ຕ່າງໆຈາກ​ພາກ​ສ່ອນ​ເສດຖະກິ​ດ​ເພື່ອ​ເຂົ້າ​ຮ່ວມ​ການ​ລົງທຶນ​ພັດທະນາ. ທ່ານ​ປະທານ​ປະ​ເທດ​ປາດ​ຖະໜາ​ວ່າ ກ້າວ​ເຂົ້າ​ສູປີ​ໃໝ່ 2012 ​ແຂວງ ລອງ​ອານ ສືບ​ຕໍ່​ປະຕິບັດ 4 ລາຍການ​ບຸກ​ທະລຸ​, ​9 ​ກິດຈະກຳ​ຈຸດ​ສຸມ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ປະຕິບັດ​ມະຕິ​​ສູນ​ກາງຄັ້ງ​​ທີ 3 ກ່ຽວ​ກັບ​ການ​ສ້າງໂຄງ​ປະກອບ​ພື້ນຖານ​ເສ​ດຖະກິດ​ຄືນ​ໃໝ່, ພ້ອມ​ກັນ​ນັ້ນ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄັ້ງທີ 4 ກ່ຽວ​ກັບ​ບັນຫາ​ທີ່​ຮີບ​ດ່ວນຈຳນວນ​ໜຶ່ງໃນ​ການ​ກໍ່ສ້າງ​ພັກຢ່າງມີ​ປະສິດທິ​ຜົນ ຕອບ​ສະໜອງ​ຄວາມ​ມູງມາດ​ປາຖະ​ນາຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ, ປະກອບ​ສ່ວນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 11 ຂອງພັກ​ຢ່າງ​ມີ​ໄຊ .
ຂ່າວ/ບົດ​ອື່ນ