ທ່ານປະທານປະເທດຫວຽດນາມ Truong Tan Sang ຕ້ອນຮັບບັນດາເອກອັກຄະລັດຖະທູດຍື່ນສານຕາຕັ້ງ

ທ່ານປະທານປະເທດຫວຽດນາມ Truong Tan Sang ຕ້ອນຮັບບັນດາເອກອັກຄະລັດຖະທູດຍື່ນສານຕາຕັ້ງ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang
ພາບ: internet



(vovworld) - ຕອນ​ບ່າຍ​ວັນ​ທີ 14/11, ຢູ່​ທຳນຽບປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ຄື: Tanzania, Kyrgyzstan, Serbia, Botswana, San Marino, Ecuador, Bahrain, Clombia ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ ມາ​ຮັບ​ຫນ້າ​ທີ່​ການ​ທູດ​ໃຫມ່​ຢູ່ ຫວຽດນາມ.

​ໃນ​ການ​ຕ້ອນຮັບ​ທ່ານ​​ເອກ​ອັກ​ຄະ​ລັດຖະທູດ​ບັນດາ​ປະ​ເທດ​ດັ່ງກ່າວ, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ຢືນຢັນ ຫວຽດນາມ ພ້ອມ​ແລ້ວ​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ບັນດາ​ປະ​ເທດ​​ເຊື່ອມເຂົ້າ​ຕະຫລາດ ອາ​ຊຽນ ​ແລະ ກົງກັນຂ້າມ. ທ່ານ​ປະທານ​ປະ​ເທດ Truong Tan Sang  ​ເນັ້ນ​ຫນັກ​ວ່າ ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ, ຍາມ​ໃດ ຫວຽດນາມ ກໍ​ຕີ​ລາຄາ​ສູງ ​ແລະ ​ເຄົາລົບ​ເພື່ອ​ນມິດສາ​ກົນ. ທ່ານ​ປະທານ​ປະ​ເທດ ປາດ​ຖະຫນາ​ຢາກ​ບັນດາ​ປະ​ເທດ​ຮ່ວມ​ມື​​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ